ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ທ່ານນາງ Elizabeth Truss ໄດ້ເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ
ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະ 2 ຝ່າຍກັບທ່ານນາງ Elizabeth Truss, ລັດຖະມົນຕີການຕ່າງປະເທດ ແລະ ພັດທະນາ ອັງກິດ)

ໃນຂອບເຂດການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢູ່ Glasgow, ລາຊະອານາຈັກ ອັງກິດ, ຕອນບ່າຍ 01 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການພົບປະ 2 ຝ່າຍກັບທ່ານນາງ Elizabeth Truss, ລັດຖະມົນຕີການຕ່າງປະເທດ ແລະ ພັດທະນາ ອັງກິດ. ຢູ່ທີ່ນີ້, ທ່ານນາງ Elizabeth Truss ໄດ້ເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ວິທະຍາສາດເຕັກໂນໂລຊີ, ການພັດທະນາພະລັງງານຜະລິດຄືນໃໝ່, ການເງິນຂຽວ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ ອັງກິດ ສືບຕໍ່ໜູນຊ່ວຍ ຫວຽດນາມ ສຳຜັດກັບວັກຊິນ, ສະໜອງບັນດາເຄື່ອງອຸປະກອນການແພດທີ່ຈຳເປັນ ແລະ ຢາປິ່ນປົວໂຄວິດ-19 ໃຫ້ຫວຽດນາມ. ຫວຽດນາມ ກຽມພ້ອມໜູນຊ່ວຍ ອັງກິດ ເພີ່ມທະວີການຮ່ວມມືກັບ ອາຊຽນ ຢ່າງແທດຈິງ. ສະໜັບສະໜູນ ແລະ ແບ່ງປັນບົດຮຽນໃນການເຈລະຈາເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານຂ້າມປາຊີຟິກ (CPTPP).

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ມີການເຮັດວຽກກັບທ່ານ Chris Philp, ລັດຖະມົນຕີຮັບຜິດຊອບດ້ານເຕັກໂນໂລຊີ ແລະ ເສດຖະກິດດີຈີຕອນ, ກະຊວງດີຈີຕອນ, ວັດທະນະທຳ, ສື່ສານ ແລະ ກິລາແຫ່ງລາຊະອານາຈັກ ອັງກິດ.

        ແລະກໍ່ໃນວັນທີ 01 ພະຈິກ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ນຳໂດຍທ່ານ ພົນເອກ ໂຕເລິມ ໄດ້ເຮັດວຽກກັບທ່ານນາງ Priti Patel, ລັດຖະມົນຕີກະຊວງພາຍໃນ ອັງກິດ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ