ຫວຽດນາມ ແລະ ລາວ ແລກ ປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ

(VOVWORLD) - ຕອນເຊົ້າວັນທີ 11 ຕຸລາ, ຢູ່ນະຄອນເຫວ້, ແຂວງເທື່ອທຽນ - ເຫວ້, ຄະນະສາສະໜາລັດຖະບານ ຫວຽດນາມ ສົມທົບກັບ ສູນກາງແນວລາວສ້າງຊາດ ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ. 
ຫວຽດນາມ ແລະ ລາວ ແລກ ປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ - ảnh 1 ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ (ພາບ: thuathienhue.gov.vn)

ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍຮ່ວມກັນແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານສາສະໜາ; ຍົກສູງຄຸນນະພາບ ແລະ ປະສິດທິພາບຂອງວຽກງານຄຸ້ມຄອງລັດ ສຳລັບບັນດາການເຄື່ອນໄຫວດ້ານສາສະໜາໃນທ່າອ່ຽງການຫັນເປັນໂລກາພິວັດ. ສອງຝ່າຍສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນຮັກສາຄວາມສະຖຽນລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມໄວ້ໃຫ້ໝັ້ນຄົງ ເພື່ອຮັບໃຊ້ໃຫ້ພາລະກິດສ້າງສາ ແລະ ການພັດທະນາຂອງແຕ່ລະປະເທດ. ທ່ານ ວູ້ຈຽນທັງ, ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຄັ້ງທີ 7 ແມ່ນໂອກາດເພື່ອໃຫ້ພວກເຮົາໄດ້ພ້ອມກັນແບ່ງປັນບົດຮຽນ ແລະ ບັນດາປະສົບການຕົວຈິງໃນວຽກງານສາສະໜາຂອງແຕ່ລະປະເທດ. ຜ່ານນັ້ນຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ເພີ່ມທະວີປະສິດທິພາບໃນການຄຸ້ມຄອງ, ປະສິດທິຜົນກ່ຽວກັບວຽກງານສາສະໜາກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຮັກສາສະຖຽນລະພາບຂອງສັງຄົມ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບ ຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ