ຫວຽດນາມ ແລະ ສະຫະປະຊາຊາດ ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) - ທີ່ການຕ້ອນຮັບທ່ານນາງ Pauline Tamesis, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ຢືດໝັ້ນ ແລະ ສະໜັບສະໜູນລັດທິຫຼາຍຝ່າຍກັບ ສະຫະປະຊາຊາດ ທີ່ສວມບົດບາດເປັນໃຈກາງ, ຖືຄວາມສາມັກຄີສາກົນເປັນສຳຄັນ
ຫວຽດນາມ ແລະ ສະຫະປະຊາຊາດ ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ເປົ້າໝາຍພັດທະນາແບບຍືນຍົງ - ảnh 1(ທີ່ການຕ້ອນຮັບ)

          ຕອນບ່າຍວັນທີ 24 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Pauline Tamesis, ຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າຜູ້ຕາງໜ້າ ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ ປະຈຳ ຫວຽດນາມ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງອົງການນີ້ (24 ຕຸລາ 1945 – 24 ຕຸລາ 2023); ຕ້ອນຮັບທ່ານ Guy Bradley, ປະມານກຸ່ມບໍລິສັດ John Swire&Sons (ອັງກິດ).

        ທີ່ການຕ້ອນຮັບທ່ານນາງ Pauline Tamesis, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ຢືດໝັ້ນ ແລະ ສະໜັບສະໜູນລັດທິຫຼາຍຝ່າຍກັບ ສະຫະປະຊາຊາດ ທີ່ສວມບົດບາດເປັນໃຈກາງ, ຖືຄວາມສາມັກຄີສາກົນເປັນສຳຄັນ, ປະຕິບັດກົດບັດສະຫະປະຊາຊາດ, ກົດໝາຍສາກົນ ແລະ ຖືປະຊາຊົນເປັນໃຈກາງ. ເພື່ອປະກອບສ່ວນຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ, ຫວຽດນາມ ອາດສາມາດສົ່ງອອກເຂົ້າສານປະມານ 7,5 ລ້ານໂຕນໃນປີນີ້, ພ້ອມທັງຕັ້ງໜ້າປະກອບສ່ວນເຂົ້າໃນການ ຜັນຂະຫຍາຍຂໍ້ລິເລີ່ມຂອງເລຂາທິການໃຫຍ່ ສະຫະປະຊາຊາດ ກ່ຽວກັບການຫັນປ່ຽນລະບົບ ສະບຽງອາຫານ, ທັນຍາຫານແບບຍືນຍົງ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ລັດຖະບານຈະສືບຕໍ່ຊຸກຍູ້ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອສາມາດຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືຂອງສະຫະປະຊາຊາດ ທີ່ສະຫງວນໃຫ້ ຫວຽດນາມ ຢ່າງມີປະສິດທິຜົນ.

ຫວຽດນາມ ແລະ ສະຫະປະຊາຊາດ ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ເປົ້າໝາຍພັດທະນາແບບຍືນຍົງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານ Guy Bradley, ປະທານກຸ່ມບໍລິສັດ John Swire&Sons
(ພາບ: TTXVN)

        ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັບທ່ານ Guy Bradley, ປະທານກຸ່ມບໍລິສັດ John Swire&Sons (ອັງກິດ), ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊົມເຊີຍກຸ່ມບໍລິສັດພາຍຫຼັງໄລຍະ 25 ປີທີ່ມາເຄື່ອນໄຫວຢູ່ ຫວຽດນາມ ໄດ້ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ ໃນຫຼາຍຂົງເຂດສຳຄັນ, ຄື: ການບິນ, ການຄ້າ - ອຸດສາຫະກຳ, logistics... ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດເພີ່ມທະວີການນໍາໃຊ້ວິທະຍາສາດ - ເຕັກໂນໂລຊີທີ່ໃໝ່ທີ່ສຸດ ເຂົ້າໃນການຜະລິດ; ນຳໃຊ້ແຫຼ່ງພະລັງງານທົດແທນຢ່າງມີປະສິດທິຜົນ. ຜ່ານນັ້ນ, ໜູນຊ່ວຍ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍ ກ່ຽວກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ