ຫວຽດນາມ ແລະ ສະຫະພັນ ລັດເຊຍ ຊຸກຍູ້ການຮ່ວມມືສ້າງລັດຖະບານເອເລັກໂຕນິກ

(VOVWORLD) - ວັນທີ 23 ພຶດສະພາ, ທີ່ສຳນັກງານກະຊວງພັດທະນາດີຈີຕອນ, ຕິດຕໍ່ສື່ສານ ແລະ ສື່ມວນຊົນສະຫະພັນ ລັດເຊຍ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຮັດວຽກກັບທ່ານ Konstantin Noskov ລັດຖະມົນຕີກະຊວງພັດທະນາດີຈີຕອນ, ຕິດຕໍ່ສື່ສານ ແລະ ສື່ມວນຊົນສະຫະພັນ ລັດເຊຍ.

ຫວຽດນາມ ແລະ ສະຫະພັນ ລັດເຊຍ ຊຸກຍູ້ການຮ່ວມມືສ້າງລັດຖະບານເອເລັກໂຕນິກ - ảnh 1 ທີ່ການເຮັດວຽກ

        ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍບັນດາເນື້ອໃນທີ່ລະບຸໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງຫ້ອງວ່າການລັດຖະບານ ແລະ ກະຊວງພັດທະນາດີຈີຕອນ, ຕິດຕໍ່ຂ່າວສື່ສານ ແລະ ສື່ມວນຊົນ. ທີໜຶ່ງແມ່ນຜັນຂະຫຍາຍລະບົບຄວາມປອດໄພທາງເຄືອຂ່າຍອິນເຕີແນັດແຫ່ງຊາດ. ນີ້ແມ່ນໂຄງການຮ່ວມມືພິເສດລະຫວ່າງ 2 ປະເທດ. ທີສອງ, ຫ້ອງວ່າການລັດຖະບານ ພວມຮີບເຮັ່ງສ້າງປະຕູຖານການບໍລິການສາທາລະນະແຫ່ງຊາດ ແລະ ຄາດວ່າ ຈະເປີດສະຫຼອງໃນເດືອນ ພະຈິກ 2019.

ຕອບກັບ

ຂ່າວ/ບົດ​ອື່ນ