ຫວຽດ​ນາມ ແລະ ສະ​ຫະ​ລັດ ອ​າ​ຣັບ​ເອມ​ມີ​ເລດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ

(VOVWORLD) -ຫວຽດນາມ ຖືການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາອົງການປະຕິບັດກົດໝາຍຂອງ UAE ເປັນສຳຄັນ. 
ຫວຽດ​ນາມ ແລະ ສະ​ຫະ​ລັດ ອ​າ​ຣັບ​ເອມ​ມີ​ເລດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ - ảnh 1ການຕ້ອນຮັບ (ພາບ: VOV)

ຫວຽດນາມ ຖືການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາອົງການປະຕິບັດກົດໝາຍຂອງ UAE ເປັນສຳຄັນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເມື່ອຕ້ອນຮັບທ່ານ Bader Almatrooshi ເອກອັກຄະລັດຖະທູດ ສະຫະລັດ ອາຣັບເອມມີເລດ (UAE) ປະຈຳ ຫວຽດນາມ ໃນວັນທີ 12 ພຶດສະພາ ຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ກໍສະເໜີໃຫ້ສອງຝ່າຍ ສືບຕໍ່ສົມທົບກັນສ້າງ ແລະ ປັບປຸງກອບນິຕິກຳຍາວນານແກ່ການເຄື່ອນໄຫວສົມທົບກັນດ້ານວິຊາສະເພາະ, ຄວາມໝັ້ນຄົງ, ປະຕິບັດກົດໝາຍ, ປ້ອງກັນ, ຕ້ານອາດຊະຍາກອນ ແລະ ການຮ່ວມມືດ້ານຕຸລາການອາຍາລະຫວ່າງສອງປະເທດ. ພ້ອມດຽວກັນນັ້ນ, ຊຸກຍູ້ການນລົງນາມໃນສັນຍາກ່ຽວກັບການສົ່ງຜູ້ຕ້ອງໂທດຂ້າມແດນ, ມອບ - ຮັບນັກໂທດ.

        ສ່ວນທ່ານເອກອັກຄະລັດຖະທູດ Bader Almatrooshi ຢັ້ງຢືນວ່າ ຈະມານະພະຍາຍາມເພີ່ມພູນຄູນສ້າງ, ເອົາໃຈໃສ່ພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງ UAE - ຫວຽດນາມ. ທ່ານເອກອັກຄະລັດຖະທູດ ສະໜັບສະໜູນ ແລະ ຈະເປັນຂົວຕໍ່ເປີດກວ້າງການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ UAE ໃຫ້ມີປະສິດທິຜົນກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ