ຫວຽດນາມ ແລະ ສະຫະລັດອາເມລິກາ ຈັດການໂອ້ລົມສົນທະນາຂຶ້ນ ເນື່ອງໃນໂອກາດ ສະເຫຼີມສະຫຼອງສັນຍາ ປາຣີ ຄົບຮອບ 50 ປີ

(VOVWORLD) - ບັນດາຜົນກະທົບເຖິງການພົວພັນ ຫວຽດນາມ - ສະຫະລັດອາເມລິກາ ໃນປະຈຸບັນ”, ໄດ້ໄຂຂຶ້ນຢູ່ນະຄອນ washington ໃນວັນທີ 16 ກຸມພາ
ຫວຽດນາມ ແລະ ສະຫະລັດອາເມລິກາ ຈັດການໂອ້ລົມສົນທະນາຂຶ້ນ ເນື່ອງໃນໂອກາດ ສະເຫຼີມສະຫຼອງສັນຍາ ປາຣີ ຄົບຮອບ 50 ປີ - ảnh 1ການໂອ້ລົມສົນທະນາຈັດຂຶ້ນຢູ່ ວໍຊິງຕັນ , ປະເທດ ອາເມລິກາ
(ພາບ:Kiều Trang/TTXVN)

ການໂອ້ລົມສົນທະນາໂດຍມີຊື່ວ່າ “ຄົ້ນຄິດເນື່ອງໃນໂອກາດ ສະເຫຼີມສະຫຼອງສັນຍາ ປາຣີ ຄົບຮອບ 50 ປີ ກ່ຽວກັບ ການສິ້ນສຸດສົງຄາມ, ສ້າງສັນຕິພາບ ຢູ່ຫວຽດນາມ ຄືນໃໝ່: ບັນດາຜົນກະທົບເຖິງການພົວພັນ ຫວຽດນາມ - ສະຫະລັດອາເມລິກາ ໃນປະຈຸບັນ”, ໄດ້ໄຂຂຶ້ນຢູ່ນະຄອນ washington ໃນວັນທີ 16 ກຸມພາ. ການສົນທະນາໂດຍ ສະຖາບັນສັນຕິພາບ ສະຫະລັດອາເມລິກາ ສົມທົບກັບ ສະຖານທູດ ຫວຽດນາມ ປະຈຳ ສະຫາລັດອາເມລິກາ ຈັດຂຶ້ນ.

ໃນການກ່າວຄຳເຫັນເປີດຫົວຂໍ້, ທ່ານຮອງປະທານ ສະຖາບັນສັນຕິພາບ ອາເມລິກາ (USIP) William Taylor ແບ່ງປັນວ່າ ການສະເຫຼີມສະຫຼອງສັນຍາ ປາຣີ ຄົບຮອບ 50 ປີເປັນກາລະໂອກາດເລີດລ້ຳ ໂດຍເພື່ອໃຫ້ທຸກຝ່າຍພ້ອມກັນ ຄົ້ນຄິດກ່ຽວກັບປະຫວັດສາດ, ຕີລາຄາກ່ຽວກັບຜົນສຳເລັດ ແລະ ຂໍ້ຈຳກັດຂອງບັນດາຄວາມມານະພາຍາຍາມສະກັດກັ້ນ ການປະທະກັນໃນອະດີດ, ຈາກນັ້ນ ຖອດຖອນບົດຮຽນທີ່ສາມາດນຳໃຊ້ໃຫ້ແກ່ອານາຄົດ, ກ່າວຄຳເຫັນຢູ່ວາລະການສົນທະນາຫຼັກ ຂອງການໂອ້ລົມສົນທະນາດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນກວັກຢຸງ ເນັ້ນໜັກວ່າ ສັນຍາໄດ້ອັດຄວາມເຈັບປວດ ໃນປະຫວັດສາດ ຂອງການພົວພັນ ລະຫວ່າງ ຫວຽດນາມ - ສະຫະລັດອາເມລິກາລົງ ແລະ ເປັນການເລີ່ມຕົ້ນຂະບວນວິວັດອັນຍາວນານມຸ່ງສູ່ການໄກ່ເກ່ຍ, ເພີ່ມທະວີຄວາມຂົ້າໃຈເຊິ່ງກັນ ແລະ ກັນ, ຫັນເປັນການພົວພັນປັນປົກກະຕິ ໃນປີ 1995 ແລະ ກຳນົດການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013.

ຕອບກັບ

ຂ່າວ/ບົດ​ອື່ນ