ຫວຽດນາມ ແລະ ອາເມລິກາ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຂົງເຂດພັດທະນາພະລັງງານຜະລິດຄືນໃໝ່

(VOVWORLD) - ຕອນບ່າຍວັນທີ 11 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ 
ຫວຽດນາມ ແລະ ອາເມລິກາ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຂົງເຂດພັດທະນາພະລັງງານຜະລິດຄືນໃໝ່ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry (ພາບ: VGP)

ເມື່ອແລກປ່ຽນກັບທ່ານ John Kerry, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງ: ແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ພ້ອມທັງໃຫ້ຮູ້ວ່າ: ລັດຖະບານໄດ້ມີບັນດານະໂຍບາຍຊຸກຍູ້ຂົງເຂດນີ້. ສ່ວນທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ກໍ່ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈຕໍ່ບັນຫາພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ພ້ອມທັງ ສະເໜີສ້າງຕັ້ງການຮ່ວມທຸລະກິດລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃນການພັດທະນາແຫຼ່ງພະລັງງານສະອາດ.

        ຂໍ້ສະເໜີຂອງທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຮັບຄຳຊົມເຊີຍຈາກທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ຈະມອບໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາ, ຄົ້ນຄວ້າຢ່າງເຂັ້ມງວດ ແລະ ມີຄຳຕອບໂດຍໄວໃຫ້ທ່ານ John Kerry . ໃນການພົວພັນກັບ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກມີຄວາມສົມດູນດ້ານການຄ້າກັບຄູ່ຮ່ວມມືສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ