ຫວຽດນາມ ແລະ ອາເມລິກາ ລົງນາມໃນບົດບັນທຶກເຈດຕະນາລົມເພື່ອເລີ່ມແກ້ໄຂທາດພິດ ດີໂອຊິນ ຢູ່ ບຽນຮ່ວາ

(VOVWORLD) -  ກ່າວຄຳເຫັນທີ່ພິທີ, ພົນໂທ ຫງວຽນຈີ໋ວີ້ງ ເນັ້ນໜັກວ່າ: ພິທີລົງນາມ ນີ້ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂອງຖະແຫຼງການຮ່ວມລະຫວ່າງ ຫວຽດນາມ ...
ຫວຽດນາມ ແລະ ອາເມລິກາ ລົງນາມໃນບົດບັນທຶກເຈດຕະນາລົມເພື່ອເລີ່ມແກ້ໄຂທາດພິດ ດີໂອຊິນ ຢູ່ ບຽນຮ່ວາ - ảnh 1ພິທີລົງນາມໃນບົດບັນທຶກເຈດຕະນາລົມ 

ຕອນບ່າຍວັນທີ 23 ມັງກອນ, ທ່ານ Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ພ້ອມກັບ ພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກເຈດຕະນາລົມລະຫວ່າງອົງການພັດທະນາສາກົນ ອາເມລິກາ (USAID) ແລະ ກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອເລີ່ມຕົ້ນວິວັດການກຳຈັດມົລະພິດ ດີໂອຊິນ ຢູ່ເຂດສະໜາມບິນ ບຽນຮ່ວາ.

        ກ່າວຄຳເຫັນທີ່ພິທີ, ພົນໂທ ຫງວຽນຈີ໋ວີ້ງ ເນັ້ນໜັກວ່າ: ພິທີລົງນາມ ນີ້ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂອງຖະແຫຼງການຮ່ວມລະຫວ່າງ ຫວຽດນາມ ແລະ ອາເມລິກາ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນເດືອນ ພະຈິກ 2017 ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ. ນີ້ແມ່ນວຽກງານມີຄວາມໝາຍສຳຄັນ, ຮີບດ່ວນ, ມີລັກສະນະມະນຸດສະທຳ, ວັດທະນະທຳມະນຸດຢ່າງເລິກເຊິ່ງ; ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ