ຫວຽດນາມ ແລະ ອາເມລິກາ ສືບຕໍ່ເຮັດໃຫ້ຮ່ວມມືໃນບັນດາເສົາຄ້ຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ທົບທວນຄືນປະຫວັດສາດແຫ່ງການການສ້າງຕັ້ງ ແລະ ພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ
ຫວຽດນາມ ແລະ ອາເມລິກາ ສືບຕໍ່ເຮັດໃຫ້ຮ່ວມມືໃນບັນດາເສົາຄ້ຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງຂຶ້ນຕື່ມ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກ່າວຄຳເຫັນທີ່ພິທີ)

          ຕອນບ່າຍວັນທີ 19 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສະຖາບັນສັນຕິພາບ ອາເມລິກາ,  ນະຄອນຫຼວງວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (1945 – 2023) ແລະ ຊົມເຊີຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໂດຍສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ວໍຊິງຕັນ ຈັດຂຶ້ນ.

          ທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ທົບທວນຄືນປະຫວັດສາດແຫ່ງການການສ້າງຕັ້ງ ແລະ ພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ, ທ່ານເນັ້ນໜັກວ່າ ການພົວພັນລະຫວ່າງ 2 ປະເທດມີບາດກ້າວພັດທະນາຢ່າງຍາວໄກ ນັບແຕ່ເມື່ອຫັນການພົບພັນດ້ານການທູດເປັນປົກກະຕິ (1995) ມາຮອດປະຈຸບັນ. ທ່ານລັດຖະມົນຕີຢືນຢັນວ່າ, ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເຮັດໃຫ້ການຮ່ວມມືໃນ 10 ເສົາຄ້ຳຂອງຂອບເຂດການພົວພັນຄູ່ຮ່ວມມືມືຍຸດທະສາດຮອບດ້ານທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງປະທານາທິບໍດີ Joe Biden ໃນລະຫວ່າງວັນທີ 10 – 11 ກັນຍາ ທີ່ຜ່ານມາໃຫ້ເລິກເຊິ່ງຂຶ້ນຕື່ມ.

          ກ່າວຄຳເຫັນທີ່ພິທີ, ບັນດາຜູ້ແທນ ອາເມລິກາ ຊົມເຊີຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປຢ້ຽມຢາມ ອາເມລິກາ ແລະ ມີບັນດາການເຄື່ອນໄຫວ 2 ຝ່າຍທີ່ບັນລຸປະສິດທິຜົນ ແລະ ແທດຈິງ. ຝ່າຍ ອາເມລິກາ ຢືນຢັນວ່າ ທັງພັກ ປະຊາທິປະໄຕ ແລະ ພັກສາທາລະນະ ໄດ້ຖືເປັນສຳຄັນການພົວພັນກັບ ຫວຽດນາມ, ສະໜັບສະໜູນ ຫວຽດນາມ “ເຂັ້ມແຂງ, ເປັນເອກະລາດ, ຮັ່ງມີ ແລະ ເປັນເຈົ້າຕົນເອງ”.

ຕອບກັບ

ຂ່າວ/ບົດ​ອື່ນ