ຫວຽດນາມ ແລະ ເມກຊີໂກ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ

(VOVWORLD) -ກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມ ຫວຽດນາມ - ເມກຊີໂກ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ດຳເນີນໄປຢູ່ ນະຄອນຫລວງ ເມຊີໂກ ຊີຕີ ໃນວັນທີ 9 – 10 ກໍລະກົດ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໂດ໋ທັງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ທ່ານນາງ  Luz Maria de la Mora ຮອງລັດຖະມົນຕີກະຊວງເສດຖະກິດ ເມກຊີໂກ.

ຫວຽດນາມ ແລະ ເມກຊີໂກ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ - ảnh 1 ຄະນະຜູ້ແທນຫວຽດນາມ ທີ່ ກອງປະຊຸມ

ພາບ:vietnam+

ທີ່ກອງປະຊຸມ, ສອງຝ່າຍໄດ້ເນັ້ນຫນັກເຖິງບົດບາດຂອງກົນໄກ ຄະນະກຳມະການປະສົມ ຫວຽດນາມ ເມກຊີໂກ ກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ໃນການຊຸກຍູ້ການຮ່ວມມືສອງຝ່າຍ, ເປັນຕົ້ນໃນຂົງເຂດການຄ້າ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ຍົກສູງວົງເງິນການຄ້າສອງສົ້ນ ພ້ອມທັງສືບຕໍ່ສົມທົບກັນເພີ່ມທະວີການຮ່ວມມືໃນບັນດາຂົງເຂດສຳຄັນອື່ນຄື: ກະສິກຳ, ວິທະຍາສາດເຕັກໂນໂລຊີ, ການເງິນ, ສາທາລະນະສຸກ, ການສຶກສາ.. ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂະແຫນງການຄ້າ ແລະ ສົ່ງເສີມການລົງທຶນລະຫວ່າງສອງປະເທດ ພ້ອມທັງເຫັນດີກ່ຽວກັບຄວາມສຳຄັນຂອງເລື່ອງປະຕິບັດການລົງນາມໃນຂໍ້ຕົກລົງລະຫວ່າງສະພາວິສາຫະກິດ ເມກຊີໂກ ກ່ຽວກັບການຄ້າຕ່າງປະເທດ ການລົງທຶນ ແລະ ເຕັກໂນໂລຊີ ແລະ ຫ້ອງການອຸດສາຫະກຳ ການຄ້າ ຫວຽດນາມ.

ສິ້ນສຸດກອງປະຊຸມ, ທ່ານ ຮອງລັດຖະມົນຕີ ໂດ໋ທັງຫາຍ ແລະ ທ່ານນາງ ຮອງລັດຖະມົນຕີ

Luz Maria de la Mora ໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມຫວຽດນາມ ແລະ ເມກຊີໂກ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ