ຫວຽດນາມ ແລະ ເມັກຊີໂກ ເຊື່ອມຈອດ ປາຊີຟິກ

(VOVWORLD) - ກ່ອນທີ່ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ ຫວຽດນາມ, 


ທ່ານປະທານາທິບໍດີ ເມັກຊີໂກ Enrique Pena Nieto ມີບົດຂຽນໂດຍຄັດສະເໜີໃນເວັບໄຊຂອງທຳນຽບປະທານາທິບໍດີ, ໃນນັ້ນ ຢືນຢັນວ່າ ຫວຽດນາມ ແລະ ເມັກຊີໂກ ພວມເຊື່ອມຈອດ ປາຊີຟິກ.

        ທ່ານປະທານາທິບໍດີ ເມັກຊີໂກ ຕີລາຄາສູງບັນດາຜົນງານ ຊຶ່ງປະຊາຊົນ ຫວຽດນາມ ບັນລຸໄດ້ໃນໄລຍະກ່ວາ 30 ປີແຫ່ງການປ່ຽນແປງໃໝ່ ພ້ອມທັງເນັ້ນໜັກເຖິງ ຄວາມສາມາດ ບົ່ມຊ້ອນອັນໃຫຍ່ຫລວງກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ ແລະ ເມັກຊີໂກ, ຊຶ່ງແມ່ນ 2 ພື້ນຖານເສດຖະກິດເປີດ ແລະ ມີລັກສະນະເພີ່ມເຕີມຊຶ່ງກັນ ແລະ ກັນ. ທ່ານປະທານາທິບໍດີ ເມັກຊີໂກ ຢືນຢັນຄືນໃໝ່ ຄຳໝັ້ນສັນຍາຂອງລັດຖະບານ ເມັກຊີໂກ ສືບຕໍ່ເພີ່ມທະວີການພົວພັນດ້ານການຄ້າກັບພາກພື້ນ ອາຊີ - ປາຊີຟິກ.

        ການນຳ ເມັກຊີໂກ ຍັງສະແດງຄວາມເຊື່ອໝັ້ນວ່າ APEC 2017 ຈະປະກອບສ່ວນຊຸກຍູ້ພາກພື້ນ ອາຊີ - ປາຊີຟິກ ໃຫ້ມີຄວາມຂະຫຍັນຂັນເຄື່ອນກ່ວາ ແລະ ຢັ້ງຢືນໃນສະພາວະໂລກພວມສັບສົນຄືປະຈຸບັນ, ບັນດາຄວາມມານະພະຍາຍາມເພື່ອປົວແປງການເຈລະຈາ ແລະ ການຮ່ວມມືແມ່ນສິ່ງທີ່ມີຄຸນຄ່າທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ