ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ນຳ​ການ​ພົວ​ພັນ ກັບ ສ​ປ​ຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ​ກ່​ວາ

(VOVWORLD) -ໂດຍໄດ້ຮັບການເຊື້ອເຊີນຂອງທ່ານ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂານຸການຝ່າຍບໍລິຫານຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກ ຂອງ ສປຊ (ESCAP), ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 78 ຂອງ ESCAP ດຳເນີນໃນລະຫວ່າງວັນທີ 23 – 27 ພຶດສະພາຢູ່ ບາງກອກ ປະເທດ ໄທ. 
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ນຳ​ການ​ພົວ​ພັນ ກັບ ສ​ປ​ຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ​ກ່​ວາ - ảnh 1ທ່ານ ຟານຈີແທັງ ເອກອັກຄະລັດຖະທູດ ຫວຽດນາມ, ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ESCAP
(ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີການນຳ, ບັນດາເຈົ້າໜ້າທີ່ລັດຖະບານຂັ້ນູສງ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ທີ່ມາຈາກ 62 ປະເທດ ແລະ ເຂດແຄ້ວນ, ເພື່ອແນໃສ່ເປົ້າໝາຍອະນາຄົດ ຂອງການຮ່ວມມືໃນພາກພື້ນ ເພື່ອແນໃສ່ຊຸກຍູ້ໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ ແລະ ປະຕິບັດສັນຍາ “ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”

ທ່ານເອກອັກຄະລັດຖະທູດ ຫວຽດນາມ ທັງເປັນຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ESCAP ຟານຈີແທັງ ຢັ້ງຢືນວ່າ ເລື່ອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນລະດັບເຂົ້າຮ່ວມສູງສຸດຂອງ ຫວຽດນາມ ໃນຊຸມປີມານີ້, ມີຄວາມໝາຍສຳຄັນ ສຳເລັບສອງຝ່າຍໃນສະພາບການປີນີ້ທັງເປັນປີສະເຫຼີມສະຫຼອງ 75 ປີແຫ່ງການສ້າງຕັ້ງ ESCAP, ພ້ອມທັງສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ສປຊ. ສິ່ງນີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ລັດຖະບານ ຫວຽດນາມ ເພື່ອແນໃສ່ນຳການພົວພັນກັບ ສປຊ ແລະ ESCAP ໃນໄລຍະຈະມາເຖິງ ເຂົ້າສູ່ລວງເລິກ ແລະ ແທ້ຈິງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ