(VOVWORLD) - ໝາກຜົນດັ່ງກ່າວເປັນການສະແດງໃຫ້ຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາສະມາຊິກສະຫະປະຊາຊາດຕໍ່ບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຢ່າງແຮງຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ
(ຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ສະຫະປະຊາຊາດ) |
ວັນທີ 14 ຕຸລາ (ຕາມເວລາ ນິວຢອກ) ປະເທດ ອາເມລິກາ, ຢູ່ສຳນັກງານສະຫະປະຊາຊາດ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ເລືອກຕັ້ງບັນດາສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026 – 2028. 190 ປະເທດສະມາຊິກສະຫະປະຊາຊາດມີຖານະຢ່າງພຽງພໍ ໄດ້ປ່ອນບັດເລືອກຕັ້ງ 14 ປະເທດສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026 – 2028. ຫວຽດນາມ ມີ 180 ບັດສະໜັບສະໜູນ, ສູງທີ່ສຸດໃນກຸ່ມອາຊີ - ປາຊີຟິກ, ພ້ອມກັນນັ້ນກໍ່ແມ່ນປະເທດ ອາຊີ - ປາຊີຟິກ ໜຶ່ງດຽວເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ທີ່ໄດ້ຮັບການເລືອກຕັ້ງຄືນໃໝ່ໃນອາຍຸການ 2026 – 2028.
ໝາກຜົນດັ່ງກ່າວເປັນການສະແດງໃຫ້ຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາສະມາຊິກສະຫະປະຊາຊາດຕໍ່ບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຢ່າງແຮງຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ພ້ອມກັບບັນດາການປະກອບສ່ວນ, ຂໍ້ລິເລີມຂອງ ຫວຽດນາມ ໃນຖະນະເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ຜ່ານມາ.
ໃນເທື່ອທີ 3 ຮັບດຳລົງຕຳແໜ່ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດ, ຫວຽດນາມ ຈະສືບຕໍ່ຊຸກຍູ້ 8 ຂົງເຂດບຸລິມະສິດກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ, ຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນເປັນດີຈີຕອນ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປົກປ້ອງບັນດາກຸ່ມຄວາມສ່ຽງສູງກວ່າເພີນ, ສິດສາທາລະນະສຸກ, ສິດມີວຽກເຮັດງານທຳ, ການສຶກສາສິດທິມະນຸດ ແລະ ສິດການສຶກສາ…
ອາຍຸການສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026 2028 ຈະເລີ່ມປະຕິບັດແຕ່ວັນທີ 01 ມັງກອນ 2026.