ຫວຽດນາມ ໜູນຊ່ວຍ ຕວັກກີ, ຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ

(VOVWORLD) -ຫວຽດນາມ ຈະໜູນຊ່ວຍໂດຍດ່ວນໃຫ້ແຕ່ລະປະເທດຈຳນວນເງິນ 100.000 USD ເພື່ອປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 06 ກຸມພາ
ຫວຽດນາມ ໜູນຊ່ວຍ ຕວັກກີ, ຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ - ảnh 1ຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວັກກີ
(ພາບ: Reuters)

        ໃນຈົດໝາຍຢື້ຢາມຖາມຂ່າວທີ່ສົ່ງເຖິງທ່ານປະທານາທິບໍດີ ຕວັກກີ ແລະ ຊີຣີ ໃນວັນທີ 14 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ແຈ້ງໃຫ້ຊາບວ່າ, ຫວຽດນາມ ຈະໜູນຊ່ວຍໂດຍດ່ວນໃຫ້ແຕ່ລະປະເທດຈຳນວນເງິນ 100.000 USD ເພື່ອປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 06 ກຸມພາ ແລະ ຈະມອບໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການ ຫວຽດນາມ ສືບຕໍ່ມີມາດຕະການໜູນຊ່ວຍທີ່ຈຳເປັນຕື່ມອີກໃນໄລຍະຈະມາເຖິງ.

        ກ່ອນໜ້ານັ້ນ, ໃນວັນທີ 09 ແລະ 12 ກຸມພາ, ຄະນະປະຕິບັດງານລວມມີພະນັການ, ນັກຮົບທະຫານ ແລະ ຕຳຫຼວດ ຫວຽດນາມ ກວ່າ 100 ຄົນ ໄດ້ຈັດສົ່ງໄປ ຕວັກກີ ພ້ອມກັບເຄື່ອງອຸປະກອນຈຳນວນຫຼາຍ ເພື່ອເຂົ້າຮ່ວມວຽກງານກູ້ໄພກູ້ຊີບຢູ່ເຂດຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວ. ສະຖານທູດ ຫວຽດນາມ ປະຈຳ ຕວັກກີ ແລະ ສະຖານທູດ ຫວຽດນາມ ປະຈຳ ອີຣານ ທັງຮັບຜິດຊອບ ຊີຣີ ໄດ້, ກຳລັງ ແລະ ຈະຕິດຕາມສະພາບການຢ່າງໃກ້ຊິດ, ໜູນຊ່ວຍບັນດາຄະນະກູ້ໄພກູ້ຊີບມາຈາກ ຫວຽດນາມ, ສະໜອງເຄື່ອງຂອງໃຊ້ທີ່ຈຳເປັນ… ແລະ ຕັ້ງໜ້າໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວຕາມຄວາມສາມາດ ແລະ ສະພາບການຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ