ຫວຽດນາມ ໜູນຊ່ວຍ ບັງກຼາເທດ ໃນວຽກງານຊ່ວຍບັນເທົາທຸກມະນຸດສະທຳຊາວອົບພະຍົບ

(VOVWORLD) - ໃນລະຫວ່າງວັນທີ 29 ແລະ 30 ມັງກອນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ຢ້ຽມຢາມສາທາລະນະລັດ ປະຊາຊົນ ບັງກຼາເທດ ດ້ວຍຖານະເປັນຜູ້ຕາງໜ້າພິເສດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. 

ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງນາຍົກລັດຖະມົນຕີ ບັງກຼາເທດ Sheikh Hasina ແລະ ພົບປະກັບການນຳບາງກະຊວງ, ຂະແໜງການຂອງ ບັງກຼາເທດ.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ໄດ້ສົ່ງສານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ອວຍພອນທ່ານນາງ Sheikh Hasina ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ບັງກຼາເທດ ຄືນໃໝ່; ພ້ອມທັງຊົມເຊີຍເຈດຈຳນົງ ແລະ ຄວາມມານະພະຍາຍາມຂອງ ບັງກຼາເທດ ໃນວຽກງານຊ່ວຍບັນເທົາທຸກໃຫ້ແກ່ຊາວອົບພະຍົມທີ່ມາຈາກລັດ Rakhine ຂອງ ມຽນມາ ເປັນຈຳນວນຫລາຍ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ປະກາດວ່າ ລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍລັດຖະບານ ບັງກຼາເທດ ຈຳນວນເງິນ 50.000 USD ແລະ ບໍລິຈາກເງິນ 50.000 USD ເຂົ້າກອງທຶນສະບຽງອາຫານແຫ່ງສະຫະປະຊາຊາດ ເພື່ອນຳໃຊ້ໃນວຽກງານຊ່ວຍບັນເທົາທຸກມະນຸດສະທຳສຳລັບຊາວອົບພະຍົບ.

        ສ່ວນທ່ານນາງ Sheikh Hasina ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່ຂອງ ຫວຽດນາມ, ທ່ານນາງຖືວ່າ: ການປະກອບສ່ວນຂອງ ຫວຽດນາມ ມີຄວາມໝາຍທາງດ້ານຈິດໃຈໃຫຍ່ຫລວງ. ການນຳ ບັງກຼາເທດ ຫວັງວ່າ ຫວຽດນາມ  ແລະ ບັນດາປະເທດ ອາຊຽນ ພ້ອມກັນໜູນຊ່ວຍ ບັງກຼາເທດ ເພື່ອຊອກຫາມາດຕະການໃຫ້ແກ່ບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ