ຫວຽດນາມກະກຽມຍິງດາວທຽມສຳຫຼວດທາງໄກໜ່ວຍທຳອິດ ຂຶ້ນສູ່ວົງໂຄຈອນ

   ຫວຽດນາມກະກຽມຍິງດາວທຽມສຳຫຼວດທາງໄກໜ່ວຍທຳອິດ ຂຶ້ນສູ່ວົງໂຄຈອນ - ảnh 1
ດາວ​ທຽມ VNREDSat-1 ໜ່ວຍທຳອິດຂອງຫວຽດນາມ ພວມໄດ້ຮັບການກະກຽມເພື່່ອຍິ່ງຂຶ້ນສູ່ວົງໂຄຈອນ

Vovworld- ຕອນ​ຄ່ຳ​ວັນ​ທີ 3/5, ດາວ​ທຽມ​ສຳ​ຫຼວດທາງ​ໄກໜ່ວຍ​ທຳ​ອິດ​ຂອງ​ຫວຽດນາມ VNREDSat-1 ຊຶ່ງ​ແມ່ນ​ດາວ​ທຽມ​ສຳ​ຫຼວດສະ​ເພາະ​ກ່ຽວ​ກັບ​ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​ແວ​ດລ້ອມ ​ແລະ ​ໄພ​ທຳ​ມະ​ຊາດ​ຈະ​ຖືກ​ຍິງ​ຂຶ້ນ​ສູ່​ວົງ​ໂຄຈອນ. ຕາມ​ແຫຼ່ງຂ່າວ​ຈາກ​ກົມ​ຄວາມ​ຖີ່​ວິທະຍຸ​ສັງ​ກັດ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ​ແລ້ວ, ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ​ຈະ​ຖືກ​ຍິງ​ຂຶ້ນ​ສູ່​ວົງ​ໂຄຈອນ​ຈາກ​ຖານ​ຍິງ Kourou ທີ່ Guyana ປະ​ເທດ​ຝະລັ່ງ. ຄາດ​ວ່າ ພາຍຫຼັງ 2 ວັນ, ຈະ​ສາ​ມາດ​ຮັບ​ເອົາ​ຮູບ​ຖ່າຍ​ໜ່ວຍ​ໂລກ​ແຜ່ນ​ທຳ​ອິດ​ຂອງ​ດາວ​ທຽມ VNREDSat-1 ​ແລະ ຫຼັງ​ຈາກ​ນັ້ນ 1 ວັນ, ຈະຮັບເອົາຮູບຖ່າຍບໍລິເວນຜືນແຜ່ນ ດິນຫວຽດນາມ. ທ່ານປະລິນຍາໂທ ​ໂງ​ຢີ​ເຕີນ, ຫົວໜ້າ​ພະ​ແນ​ກບັນຊາ​ດາວ​ທຽມ ສັງກັດ​ສູນ​ຂຸດ​ຄົ້ນ ​ແລະ ບັນຊາ​ດາວ​ທຽມນ້ອຍ, ສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຫວຽດນາມ​ໃຫ້​ຮູ້​ວ່າ :

     “ ບັນດາ​ລະບົບ​ພາຫະນະ​ເຄື່ອງ​ຈັກ​, ພື້ນຖານ​ໂຄງ​ລ່າງ​ຢູ່ໜ້າດິນໄດ້ກຽມພ້ອມ​ແລ້ວ, ພວກ​ຂ້າພະ​ເຈົ້າ​ໄດ້​ກວດກາ, ​​ໃຫ້ແລ່​ນ​ທົດ​ລອງ ​ແລະ ໝາກຜົນ​ການ​ແລ່ນ​ເຄື່ອງຈັກ​ທົດ​ລອງ​ໄດ້​ເປັນ​ປົກກະຕິ​ພໍ​ສົມຄວນ, ກຽ​ມພ້​ອມຮັບ​ເອົາ​ສັນຍານ​ຈາກ​ດາວ​ທຽມ. ບັນດາ​ຂ່າວ​ຄາວ​ທີ່​ຫຼ້າ​ສຸດ​ຈາກ Kourou ທີ່ Guyana ປະ​ເທດ​ຝະລັ່ງ ​ໃຫ້​ຮູ້​ວ່າ ດາວ​ທຽມ​ໄດ້​ຮັບ​ກະກຽມ​ເປັນ​ຢ່າງ​ດີ ​ເພື່ອກຽມພ້ອມ​ຂຶ້ນ​ສູ່​ວົງ​ໂຄຈອນ ”

    ​ໂຄງການ VNREDSat-1 ມີ​ຍອດ​ເງິນ​ລົງທຶນ 55,8 ລ້ານ​ເອີ​ໂຣ ຊຶ່ງ​ແມ່ນ​ທຶນກູ້ຢືມ​ຊ່ວຍ​ເຫຼືອ​ເພື​ອ່ການ​ພັດທະນາ​ຢ່າງ​​ເປັນ​ທາງ​ການ​ຂອງ​ລັດຖະບານ​ຝະລັ່ງ ​ແລະ ​ເງິນ​ຈຳນວນ 65 ຕື້​ດົງ​ ແມ່ນທຶນ​ສົມທົບ​ຂອງ​ລັດຖະບານ​ຫວຽດນາມ.

ຂ່າວ/ບົດ​ອື່ນ