ຫວຽດນາມກ່າວປະນາມການບຸກໂຈມຕີທີ່ພາໃຫ້ເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຕວກກີເສຍຊີວິດ

ຫວຽດນາມກ່າວປະນາມການບຸກໂຈມຕີທີ່ພາໃຫ້ເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຕວກກີເສຍຊີວິດ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ

(vovworld) - ວັນ​ທີ 20/12, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເຫດ​ລອບ​ສັງຫານທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ ລັດ​ເຊຍ ​ປະຈຳ ​ຕວກກີ​, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ​ຊີ້​ແຈ້ງວ່າ: “ຫວຽດນາມ​ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ ທີ່​ພາ​ໃຫ້​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຊຍ​ປະຈຳ​ຕວກກີ​ເສຍ​ຊີວິດ. ພວກ​ຂ້າພະ​ເຈົ້າ​ຂໍ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ລັດຖະບານ, ປະຊາຊົນ ​ລັດ​ເຊຍ ພ້ອມ​ກັບ​ຄອບຄົວ​ທ່ານ​ເອກ​ອັກຄະ​ລັດຖະທູດ Andrei Karlov ​ແລະ ​ເຊື່ອ​ໝັ້ນ​ວ່າ, ​ໂທດ​ກຳ​ນີ້​ຈະ​ຖືກ​ລົງ​ໂທດ​ຢ່າງ​ເໝາະ​ສົມ.“

ຂ່າວ/ບົດ​ອື່ນ