ຫວຽດນາມກຽມພ້ອມຮັບມືກັບໂລກລະບາດໂດຍໄຂ້ຫວັດA(H7N9)ກໍ່ຂຶ້ນ

ຫວຽດນາມກຽມພ້ອມຮັບມືກັບໂລກລະບາດໂດຍໄຂ້ຫວັດA(H7N9)ກໍ່ຂຶ້ນ - ảnh 1
ພາບປະກອບ

(​vovworld) – ວັນ​ທີ 6/2, ກະຊວງ​ສາທາລະນະ​ສຸກ ​ມີ​ສານ​ທາງ​ການ​ຝາກ​ເຖິງ​ບັນດາ​​ແຂວງ,​ ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ກ່ຽວ​ກັບ​ເລື່ອງ​ຍຸ້​ແຮງ​ການ​ເຄື່ອນ​ໄຫວ​ປ້ອງກັນ, ຕ້ານ ​ແລະ ກຽມພ້ອມ​ຮັບ​ມືກັບ​ໂລກລະບາດ​ໂດຍ​ໄຂ້ຫວັດ A(H7N9) ກໍ່​ຂຶ້ນ ​ແລະ ບັນດາ​ໄວ​ຣັດ​ໄຂ້ຫວັດ​ຈາດ​ສັດ​ປີກ​ຕິດ​​ແປດສູ່ຄົນ. ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ, ປະຈຸ​ບັນ, ໂລກລະບາດ​ໄຂ້ຫວັດ​ຕິດ​ແປດ​ຈາກ​ສັດ​ປີກ​ສູ່​ຄົນ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ເກີດ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຢູ່ ຈີນ ​ແລະ ມີ​ໄພ​​ແຊກ​ຊຶມເຂົ້າ ຫວຽດນາມ. ປະຈຸ​ບັນ, ຢູ່​ຫວຽດນາມ ​ບໍ່​ທັນຮັບ​ຮູ້​ກໍ​ລະ​ນີຕິ​ດ​ໄຂ້ຫວັດ A(H7N9) ​ຢູ່​ຄົນ ​ແລະ ສັດ​ປີກ​ເທື່ອ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ເດືອ​ນ 1/2014, ​ທົ່ວ​ປະ​ເທດ​​ໄດ້ມີ 2 ກໍລະນີເສຍຊີວິດຍ້ອນໄຂ້ຫວັດ A(H5N1) ຢູ່ແຂວງ ບີ່ງເຢືອງ ແລະ ດົ່ງທາບ. ຕໍ່ໜ້າສະພາບການດັ່ງກ່າວ,ກະຊວງສາທາລະນະສຸກສະເໜີໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ເພີ່ມທະວີການຕິດຕາມກວດກາໂລກໄຂ້ຫວັດ A(H7N9), A(H10N8), A(H6N1)  ແລະ A(H5N1) ຢູ່ດ່ານຊາຍແດນ ແລະ ຢູ່ວົງຄະນະຍາດ…​​

ຂ່າວ/ບົດ​ອື່ນ