ຫວຽດນາມກຽມພ້ອມແບກຫາບບົດບາດເປັນເຈົ້າພາບຈັດຕັ້ງປີAPEC 2017
![ຫວຽດນາມກຽມພ້ອມແບກຫາບບົດບາດເປັນເຈົ້າພາບຈັດຕັ້ງປີAPEC 2017 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_27/thanhson.jpg)
ທ່ານ ບຸຍແທງເຊີນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ |
(vovworld) - ຫວຽດນາມກຽມພ້ອມແບກຫາບບົດບາດເປັນເຈົ້າພາບຈັດຕັ້ງປີ APEC 2017. ນີ້ແມ່ນຄຳຢືນຢັນຂອງທ່ານ ບຸຍແທງເຊີນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຮອງປະທານຄະນະກຳມະການແຫ່ງຊາດ APEC 2017, ປະທານ SOM APEC 2017 ເມື່ອຕອບສຳພາດວົງການນັກຂ່າວ. ນັບແຕ່ວັນທີ 1/1/2017, ຫວຽດນາມໄດ້ຮັບບົດບາດເປັນປະເທດເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໃນທັງປີ 2017. ທ່ານ ບຸຍແທງເຊີນ ໃຫ້ຮູ້ວ່າ : ປີ APEC 2017 ແມ່ນການເຄື່ອນໄຫວການຕ່າງປະເທດທີ່ມີຂອບຂະໜາດໃຫຍ່ທີ່ສຸດຊຶ່ງຫວຽດນາມເປັນເຈົ້າພາບຈັດຕັ້ງໃນໄລຍະ 2017-2020. ມາຮອດປະຈຸບັນ, ວຽກງານກະກຽມທຸກຢ່າງໄດ້ເຮັດສຳເລັດຕາມແຜນການເພື່ອໃຫ້ຫວຽດນາມພ້ອມແລ້ວແບກຫາບບົດບາດເປັນເຈົ້າພາບຈັດຕັ້ງປີ APEC 2017.