ຫວຽດນາມຈັດການໂອ້ລົມສົນທະນາກ່ຽວກັບແມ່ຍິງຢູ່ນອກກອງປະຊຸມສາມັນຄັ້ງ 35 ຂອງສະພາສິດທິມະນຸດສປຊ

(VOVWORLD) -ວັນທີ 12 ມິຖຸນາ, ຢູ່ນອກກອງປະຊຸມສາມັນຄັ້ງທີ 35 ຂອງສະພາສິດທິມະນຸດສະຫະປະຊາຊາດ, ຢູ່ເຊີແນວ, ປະເທດສະວິດ (ຖືກດຳເນີນໃນລະຫວ່າງວັນທີ 06 – 23 ມິຖຸນາ)

ຫວຽດນາມຈັດການໂອ້ລົມສົນທະນາກ່ຽວກັບແມ່ຍິງຢູ່ນອກກອງປະຊຸມສາມັນຄັ້ງ 35 ຂອງສະພາສິດທິມະນຸດສປຊ - ảnh 1ການໂອ້ລົມສົນທະຍາສາກົນ

(ພາບ: bienphong.com.vn)

ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາ ອົງການຈັດຕັ້ງອື່ນໆຢູ່ເຊີແນວ ສົມທົບກັບຄະນະຜູ້ຕາງໜ້າອົດສະຕາລີ, ເຢຍລະມັນ, Madagascar ແລະ Fiji, ຈັດການໂອ້ລົມສົນທະນາສາກົນກ່ຽວກັບການ “ຮັບປະກັນ ແລະ ຊຸກຍູ້ສິດຂອງແມ່ຍິງຢູ່ເຂດແຄມທະເລ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ເຢືອງຈິ໋ຢຸງ ເນັ້ນໜັກເຖິງຈຸດປະສົງຂອງການໂອ້ລົມສົນທະນາຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍ, ກໍ່ຄືແບ່ງປັນບົດຮຽນ ແລະ ສະເໜີບັນດາມາດຕະການເພື່ອຮັບປະກັນສິດຂອງແມ່ຍິງຢູ່ເຂດແຄ້ມທະເລໃຫ້ເປັນຢ່າງດີກວ່າ, ເພີ່ມທະວີບົດບາດແທດຈິງຂອງແມ່ຍິງຢູ່ເຂດແຄມທະເລເຂົ້າໃນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເໝາະສົມກັບໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ