ທ່ານຫງວຽນຟູຈ້ອງຕ້ອນຮັບທ່ານຢາງເຈຍຊື້
(ພາບ: vov)
(vovworld)-ຕອນບ່າຍວັນທີ 27/10 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບ ທ່ານ ຢາງເຈຍຊຶ້ກຳມະການລັດຖະບານຈີນ ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 7 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ ຢູ່ ຮ່າໂນ້ຍ. ນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນນະໂຍບາຍສະເຫມີຕົ້ນສະຫມີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ, ການຮ່ວມມືກັບຈີນ ເປັນສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີ ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຄວນສືບຕໍ່ເສີມຂະຫຍາຍບົດບາດກຳນົດທິດໃຫ້ດີກວ່າ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບການຮ່ວມມືລະຫວ່າງສອງລັດ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສອງປະເທດໃຫ້ພັດທະນາ.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ກໍໄດ້ຕອ້ນຮັບທ່ານ ຢາງເຈຍຊຶ້. ທ່ານປະທານປະເທດເຈືອງເຕີນຊາງ ເນັ້ນຫນັກ: ສອງຝ່າຍຄວນເອົາໃຈໃສ່ຊີ້ນຳການປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ພິເສດແມ່ນໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ຈີນ.
ທ່ານຢາງເຈຍຊຶ້ ຢືນຢັນ ພັກ, ລັດຈີນ ຖືເປັນສຳຄັນ ແລະ ປາດຖະຫນາຢາກພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ການຮ່ວມມືຮອບດ້ານກັບຫວຽດນາມ.
ທ່ານຟ້າມບິງມິງ ແລະ ທ່ານຢາງເຈຍຊື້
(ພາບ: Lê Quân)
ກ່ອນຫນ້ານັ້ນ, ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ແລະ ທ່ານຢາງເຈຍຊຶ້ ກຳມະການລັດຖະບານຈີນ ໄດ້ເປັນປະທານວາລະປະຊຸມຄັ້ງທີ 7 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ-ຈີນ. ສອງຝ່າຍເຫັນດີເປັນເອກະສັນຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອຊຸກຍູ້ການພົບປະແລກປ່ຽນຮ່ວມມືລະຫວ່າງສອງປະເທດ; ຍູ້ແຮງການປະຕິບັດໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຈີນ ຢ່າງມີປະສິດທິຜົນ; ຮີບເຮັ່ງສ້າງຕັ້ງກຸ່ມປະຕິບັດງານຮ່ວມມືດ້ານພື້ນຖານໂຄງລ່າງ ແລະ ສ້າງຕັ້ງກຸ່ມປະຕິບັດງານຮ່ວມມືດ້ານເງິນຕາ ເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງ. ສອງຝ່າຍຖືວ່າ, ການແກ້ໄຂບັນດາບັນຫາບົນທະເລໃຫ້ເໝາະສົມມີຄວາມໝາຍສຳຄັນສຳລັບການພົວພັນລະຫວ່າງສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນເປັນສຳຄັນ ແລະ ທ່ານໄດ້ຍົກອອກທັດສະນະ, ຫຼັກໝັ້ນຂອງຫວຽດນາມ ໃນບັນດາຫາທະເລຕາເວັນອອກ. ນັ້ນແມ່ນຫວຽດນາມ ຍາມໃນກໍ່ບຸລິມະສິດຮັບຮອງບັນດາມາດຕະການສັນຕິພາບເພື່ອພ້ອມກັບຈີນແກ້ໄຂຂໍ້ຂັດແຍ້ງ, ຄວາມບໍ່ລົງລອຍກັນບົນພື້ນຖານປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາບົນທະເລຫວຽດນາມ-ຈີນ, ກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ແລະ ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ.
ຂ່າວກ່ຽວຂ້ອງເຖິງການພົວພັນລະຫວ່າງຫວຽດນາມ-ຈີນ
ໂດຍໄດ້ຮັບຄຳເຊີນຂອງທ່ານ ກົວເຊິງກວນ, ກຳມະການລັດຖະບານ, ລັດຖະມົນຕີກະຊວງຕຳຫຼວດ ຈີນ, ວັນທີ 26/10, ຄະນະຜູ້ແທນຂັ້ັ້ນສູງກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານພົນເອກ ເຈີ່ນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ນຳໜ້າໄດ້ເດີນທາງຢ້ຽມຢາມ ຈີນ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຄັ້ງທີ 4 ລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ຈີນ. ຕອນບ່າຍວັນທີ 26/10, ຢູ່ ນະຄອນຫຼວງ ປັກກິງ, ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ເຈລະຈາກັບທ່ານ ເມິງກຽນຈູ, ກຳມະການກົມການເມືອງ, ເລຂາຄະນະກຳມະການການເມືອງ - ກົດໝາຍສູນກາງພັກກອມມູນິດ ຈີນ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາວ່າ: ທ່ານ ເມິງກຽນຈູ, ສືບຕໍ່ເອົາໃຈໃສ່ຊີ້ນຳຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງ ຕຳຫຼວດ ຈີນ ແລະ ບັນດາອົງການປະຕິບັດກົດໝາຍ ຈີນ ກັບກະຊວງຕຳຫຼວດ ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນ, ແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ. ສ່ວນທ່ານ ເມິງກຽນຈູ, ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາວ່າການພົວພັນຮ່ວມມື, ມິດຕະພາບກັບ ຫວຽດນາມ ໃຫ້ນັບມື້ນັບພັດທະນາອັນດີງາມຍິ່ງກ່ວາອີກ.
ກອງປະຊຸມຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກວງຕຳຫຼວດ ຈີນ ແມ່ນກອງປະຊຸມຂັ້ນລັດຖະມົນຕີຖືກຈັດຕັ້ງຜັດປ່ຽນກັນ 2 ປີເທື່ອໜຶ່ງ. ກອງປະຊຸມຄັ້ງນີ້ຈະສຸມໃສ່ຕີລາຄາສະພາບການ, ໝາກຜົນແຫ່ງການຮ່ວມມືໃນຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດອາດຊະຍາກຳ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍລະຫວ່າງ 2 ກະຊວງ, ເປັນເອກະພາບທິດທາງແຫ່ງການຮ່ວມມືແຕ່ນີ້ຮອດປີ 2016 ແລະ ຊຸມປີຕໍ່ໄປ.