ຫວຽດນາມຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງ EU ເຂົ້າໃນສັນຕິພາບ,ຄວາມໝັ້ນຄົງແລະການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ, ຖືກຈັດຂຶ້ນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ລາຊະອານາຈັກ ລຸກຊຳບວກ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ (EU).

ຫວຽດນາມຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງ EU ເຂົ້າໃນສັນຕິພາບ,ຄວາມໝັ້ນຄົງແລະການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ

(ພາບ: TTXVN)

ວັນທີ 10 ກັນຍາ, ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ, ຖືກຈັດຂຶ້ນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ລາຊະອານາຈັກ ລຸກຊຳບວກ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ (EU). ດ້ວຍແຂກຖືກເຊີນເຂົ້າຮ່ວມກວ່າ 300 ທ່ານ ເຊິ່ງແມ່ນບັນດາເຈົ້າໜ້າທີ່ EU, ບັນດາເຈົ້າໜ້າທີ່ ແລະ ຜູ້ຕາງໜ້າວິສາຫະກິດແບນຊິກ, ບັນດາພະນັກງານການທູດ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ແບນຊິກ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ລາຊະອານາຈັກລຸກຊຳບວກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ, ເນັ້ນໜັກວ່າ, ຫວຽດນາມ ຍົກສູງການພົວພັນກັບ EU ແລະ ບັນດາປະເທດສະມາຊິກ EU ເວົ້າລວມ ແລະ ກັບລາຊະອານາຈັກແບນຊິກ ເວົ້າສະເພາະ. ເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ EU ແມ່ນໜຶ່ງໃນບັນດາເສົາຄ້ຳຕົ້ນຕໍໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫວູ ແອັງກວາງ ໄດ້ຊົມເຊີຍບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນຂອງ EU ທີ່ມີຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນບັນດາຖະແຫຼງການຂອງ EU ໃນເດືອນ ສິງຫາ ຜ່ານມາ, ລວມທັງຄຳຖະແຫຼງຂອງໂຄສົກອົງການພົວພັນຕ່າງປະເທດເອີລົບ (SEAE) ກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ, ເຊິ່ງໄດ້ຮັບຖືວ່າແມ່ນຄວາມສົນໃຈລວມຂອງປະຊາຄົມສາກົນ.

        ກ່າວຄຳເຫັນຕອບຄືນ, ທ່ານ Jan Zahradil, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ EU - ຫວຽດນາມ, ທັງເປັນຮອງປະທານຄະນະກຳມດາທິການການຄ້າສາກົນລັດຖະສະພາເອີລົບ ຖືວ່າ, ເລື່ອງລົງນາມໃນສັນຍາການຄ້າເສລີຫວຽດນາມ - EU (EVFTA) ລະຫວ່າງຫວຽດນາມ ແລະ EU ກ່ອນນີ້ 2 ເດືອນຢູ່ຮ່າໂນ້ຍ ນັ້ນ, ແມ່ນຂີດໝາຍໄດ້ຮັບຄວາມລໍຄອຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ