ຫວຽດນາມຊ່ວຍ ລາວ ຍົກສູງຄວາມສາມາດ ກໍ່ສ້າງພະນັກງານ ການເງິນ

   

ຫວຽດນາມຊ່ວຍ ລາວ ຍົກສູງຄວາມສາມາດ ກໍ່ສ້າງພະນັກງານ ການເງິນ - ảnh 1
  ພິທີ​ວາງ​ສີ​ລາ​ລຶກກໍ່ສ້າງ​ສະ​ຖາ​ບັນ​​ເສດຖະກິດການ​ເງິນດົງ​ຄຳ​ຊ້າງ​ໄລຍະ​ທີ່ 2
(ພາບ: Internet )


   Vovworld- ຕອນ​ເຊົ້າ​ວັນ​ທີ 26/6, ຢູ່​ນະຄອນຫຼວງ​ວຽງ​ຈັນ, 2 ກະຊວງ​ການ​ເງິນ​ຂອງຫວຽດນາມ ​ແລະ ລາວ​ໄດ້​ສົມທົບ​ກັນ​ຈັດ​ພິທີ​ວາງ​ສີ​ລາ​ລຶກກໍ່ສ້າງ​ສະ​ຖາ​ບັນ​​ເສດຖະກິດການ​ເງິນດົງ​ຄຳ​ຊ້າງ​ໄລຍະ​ທີ່ 2, ດ້ວຍແຫຼ່ງທຶນ ຊ່ວຍເຫຼືອລ້າຂອງ ລັດຖະບານ ຫວຽດນາມທີ່​ສະຫງວນ​ໃຫ້​ແກ່​ລັດຖະບານ​ລາວ. ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ ເສດຖະກິດ​ການ​ເງິນດົງ​ຄຳ​ຊ້າງ​ໄລຍະ​ທີ່ 2 ມີ​ຍອດ​ເງິນ​ລົງທຶນ​ກ່ວາ 123 ຕື້​ດົງ, ​ໃນ​ນັ້ນທຶນຊ່ວຍເຫຼືອລ້າຂອງ ລັດຖະບານຫວຽດນາມທີ່​ສະຫງວນ​ໃຫ້​ແກ່​ລັດຖະບານ​ລາວ​ແມ່ນ​ເກືອບ 114 ຕື້​ດົງ. ​ໂຄງການ​ປະກອບ​ດ້ວຍ​ບັນດາ​ກິດຈະກຳ​ຍ່ອຍ​ຕ່າງໆ​ຄື : ບັນດາ​ອາຄານ​ຮຽນ, ຫ້ອງ​ຈັດ​ຕັ້ງປະຊຸມ, ຫໍສະໝຸດ, ຫໍ​ພັກ....ຄາດ​ວ່າ​ໂຄງການຈະ​ຖືກ​ນຳ​ເຂົ້າ​ໃຊ້​ການ​ນັບ​ແຕ່ປີ 2014 ຊຶ່ງ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ກໍ່ສ້າງນັກ​ສຶກສາ ​ແລະ ພະນັກງານ​ຂະ​ແໜງ​ການ​ເງິນ​ຂອງ​ລາວ​ແຕ່ 3000 – 4000 ຄົນ ​ໃນ​ໄລຍະ 2010 – 2020.

            ກ່າວ​ຄຳ​ເຫັນ​ທີ່​ພິທີ​ວາງ​ສີ​ລາ​ລຶກ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ Vuong Dinh Hue ​ໃຫ້​ຮູ້​ວ່າ ນີ້​ແມ່ນໂຄງການຈຸດສຸມ, ມີຄວາມໝາຍ ດ້ານການເມືອງ ແລະ ມີຄວາມສຳຄັນຍຸດທະສາດໃນໂຄງການຮ່ວມມື ລະຫວ່າງ 2 ກະຊວງການເງິນຂອງ 2 ປະເທດໃນໄລຍະ 2011 – 2015 ແລະ ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ຮ່ວມມື ທີ່ສຳຄັນຂອງ 2 ກະຊວງແນໃສ່ຕອບ ສະໜອງ “ ປີສາມັກຄີມິດຕະພາບຫວຽດນາມ - ລາວ 2012 ” ສະແດງ ໃຫ້ເຫັນນ້ຳໃຈມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ສ້າງສາ ​ແລະ ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ, ນຳ​ປະ​ເທດ​ລາວ​ກາຍ​ເປັນ​ປະ​ເທດ​ພັດທະນາ, ​ເຊື່ອມ​ໂຍງ​ຢ່າງຮອບດ້ານ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ສາກົນ.

ຂ່າວ/ບົດ​ອື່ນ