ຫວຽດນາມຊອກຫາກາລະໂອກາດຮ່ວມມືກັບເຂດຕາເວັນອອກໄກຂອງລັດເຊຍ

ຫວຽດນາມຊອກຫາກາລະໂອກາດຮ່ວມມືກັບເຂດຕາເວັນອອກໄກຂອງລັດເຊຍ - ảnh 1
ຢູ່ນອກ​ເວທີ​ປາ​ໄສ​ເສດຖະກິດ​ຝ່າຍຕາ​ເວັນ​ອອກ (EEF) ຄັ້ງທຳ​ອິດ
(ພາບ: RT)

(vovworld) – ​ ຢູ່ນອກ​ເວທີ​ປາ​ໄສ​ເສດຖະກິດ​ຝ່າຍຕາ​ເວັນ​ອອກ (EEF) ຄັ້ງທຳ​ອິດ ດຳ​ເນີນ​ໄປ​ຢູ່​ນະຄອນ Vladivostok ຂຶ້ນ​ກັບ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ສະຫະພັນ ລັດ​ເຊຍ. ​ໃນ​ລະຫວ່າງວັນ​ທີ 3 – 5/9/2015, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫວູຮຸຍ​ຮ່ວາງ ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ຫລາຍ​ຄັ້ງ​ກັບ​ການ​ນຳ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຂອງ ລັດ​ເຊຍ, ປຶ​ກສາ​ຫາລື​ກ່ຽວ​ກັບ​ແງ່​ຫວັງ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ເຂດນີ້.

        ທ່ານ ຫວູຮຸຍ​ຮ່ວາງ ພ້ອມ​ກັບ​ການ​ນຳກຸ່ມ​ບໍລິສັດ​ໃຫຍ່​ນ້ຳ​ມັນ​ອາຍ​ແກ​ສດ ຫວຽດນາມ (PetroVietnam) ​ໄດ້​ພົບ​ປະກັບທ່ານ​ລັດຖະມົນຕີກະຊວງ​ພະລັງງານ ລັດເຊຍ Aleksandr Novak, ປຶກສາ​ຫາລື​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ, ລະອຽດ​ແມ່ນ​ບັນດາ​ໂຄງການ​ນ້ຳມັນ​ອາຍ​ແກ​ສດຢູ່ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ. 2 ຝ່າຍຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ພະລັງງານ​ໃນ​ໄລຍະ​ຈະ​ມາ​ເຖິງ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ເສດຖະກິດລະ​ຫວ່າງ ສະຫະພັນ ລັດ​ເຊຍ ກັບ ຫວຽດນາມ.

        ວັນ​ທີ 5/9, ທີ່​ການ​ພົບ​ປະ​ກັບ​ຜູ້​ວ່າການ​ເຂດ Primorye ທ່ານ Vladimir Miklushevsky, ທ່ານ ຫວູຮຸຍ​ຮ່ວາງ ປາດ​ຖະໜາ​ວ່າ: ອຳນາດ​ການ​ປົກຄອງ​ເຂດ Primorye ຈະ​ສ້າງ​ເງື່ອນ​ໄຂ​ໃຫ້ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ​ເຂດ​​ນີ້. ທ່ານ Vladimir Miklushevsky ຊີ້​ແຈ້ງວ່າ: ​ເຂດ Primorye ​ເອົາ​ໃຈ​ໃສ່​ເຖິງ​ການພັດທະນາ​ອຸດສາຫະກຳ​​ເບົາ, ປຸງ​ແຕ່ງ​ໄມ້ ​ແລະ ກະສິກຳ ​ແລະ ​​ເຊື້ອເຊີນ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ເຂດ​ເສດຖະກິດ​ພັດທະນາ​ກະ​ໂດດ​ຂັ້ນ (TOR) ທີ່​ເຂດ​ນີ້.

        ທ່ານ​ລັດຖະມົນຕີ ຫວູຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ: ຄະນະຜູ້​ແທນ ຫວຽດນາມ, ນອກຈາກ​ການ​ເຂົ້າ​ຮ່ວມ​ບັນດານ​ການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ເວທີ​ປາ​ໄສ​ແລ້ວ, ກໍ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ ຫວຽດນາມ ກັບ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ ລັດ​ເຊຍ.

        ຄະນະຜູ້​ແທນ ຫວຽດນາມ ຍັງມີ​ການ​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີ, ຜູ້​ແຕງ​ໜ້າ​ຂອງ​ປະທານາທິບໍດີ ​ລັດ​ເຊຍ​ຢູ່​ເຂດ​ຕາ​ເວັນ​ອອກ​ໄກ ​ແລະ ລັດຖະມົນຕີ​ກະຊວງ​ພັດທະນາ​ເສດຖະກິດ​ຕາ​ເວັນ​ອອກ​ໄກ.

ຂ່າວ/ບົດ​ອື່ນ