ຫວຽດນາມຍົກອອກຂໍ້ສະເໜີແນະຢູ່ກອງປະຊຸມຊຸກຍູ້ໂອກາດການລົງທຶນໃຫ້ແກ່ອາຊຽນ

ຫວຽດນາມຍົກອອກຂໍ້ສະເໜີແນະຢູ່ກອງປະຊຸມຊຸກຍູ້ໂອກາດການລົງທຶນໃຫ້ແກ່ອາຊຽນ - ảnh 1
ທ່ານ ໂດ໋​ຮ​ວ່າງ​ແອັງຕ໋ວນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ
(ພາບ: Hoàng Hải/TTXVN)

(vovworld)- ວັນ​ທີ 15/11, ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​ອາ​ຊຽນ ຄັ້ງ​ທີ 11 (AFMIS 11), ໄດ້ດຳ​ເນີນ ຢູ່​ນະ​ຄອນຫຼວງ Jakarta, ອິນ​ໂດເນ​ເຊຍ. ດ້ວຍ​ຫົວ​ຂໍ້ “ອາ​ຊຽນ: ພາກ​ພື້ນ​ຂະ​ຫຍັນ​ຂັນ​ເຄື່ອນ, ​ພື້ນ​ຟູ ແລະ ກວມ​ລວ​ມ”, AFMIS 11 ສຸມ​ໃສ່​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ​ຂອງ​ພາກ​ພື້ນ, ຄົ້ນ​ຫາ​ການ​ພັດ​ທະ​ນາ​ຂອງ​ຕະຫຼາດ​ການ​ເງິນ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ຫາກໍ່​ພົ້ນ​ເດັ່ນ​ຢູ່ອາ​ຊີ. ຄະ​ນະຜູ້​ແທນ​ຫວຽດ​ນາມ ໂດຍ ທ່ານ ໂດ໋​ຮ​ວ່າງ​ແອັງຕ໋ວນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກ​ອງ​ປະ​ຊຸມ. ກ່າວ​ຄວາມ​ເຫັນ​ທີ່ກ​ອງ​ປະ​ຊຸມ​ຄົບ​ຄະ​ນະ ທ່ານ ໂດ໋​ຮ​ວ່າງ​ແອັງຕ໋ວນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ໄດ້ແບ່ງ​ປັນ​ ​ທ​ັດ​ສະ​ນະບາ​ງຢ່າງ ກ່ຽວ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ​ເວົ້າ​ລວມ ແລະ ເສດ​ຖະ​ກິດ​ຫວຽດ​ນາມ ເວົ້າ​ສະ​ເພາະ ພວມ​ຕ້ອງ​ປະ​ເຊີນ​ໜ້າ; ​ມາດ​ຕະ​ການ​ນະ​ໂຍ​ບາຍບາງຢ່າງ ເຊິ່ງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ ແລະ ຫວຽດ​ນາມ ​ສາ​ມາດ​ປະ​ຕິ​ບັດ ເພື່ອ​ຮັບ​ມື​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ​ຍາດ​ແຍ່ງ​​ບັນ​ດາ​ກາ​ລະໂອ​ກາດ​ໃນການ​ພັດ​ທະ​ນາ​ຢ່າງ​ສຳ​ເລັດຜົນ.


ຂ່າວ/ບົດ​ອື່ນ