ຫວຽດນາມຍັງຄົງຈຳເປັນໄດ້ຮັບຄວາມສາມັກຄີຈາກເພື່ອນມິດສາກົນ

ຫວຽດນາມຍັງຄົງຈຳເປັນໄດ້ຮັບຄວາມສາມັກຄີຈາກເພື່ອນມິດສາກົນ - ảnh 1
( ພາບປະກອບ )

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 23-25/8, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຕ້ອນຮັບ​ຄະນະ​ເພື່ອນ​ມິດ​ຝ່າຍ​ຊ້າຍ ອາ​ເມ​ລິ​ກາ ມາ​ຢ້ຽມຢາມ​ຫວຽດນາມ ​ເຊິ່ງລວມມີ ​ທ່ານ Ramsey Clark, ອະດີດ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳອາ​ເມ​ລິ​ກາ ​ແລະ ທ່ານ​ນາງ Laura Castro ທະນາຍຄວາມ.

ທີ່​ການ​ຕ້ອນຮັບ​ຄະນະ​ໃນ​ຕອນ​ເຊົ້າ​ວັນ​ທີ 24/8, ທ່ານ​ນາງ Nguyen Thi Binh ປະທານ​ກອງ​ທຶນ​ເພື່ອ​ສັນຕິພາບ ຫວຽດນາມ, ອະດີດ​ຮອງ​ປະທານ​ປະ​ເທດ ຢັ້ງຢືນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຮູ້​ບຸນຄຸນ ​ບັນດາເພື່ອນ​ມິດສາກົນ​ທີ່​ມີ​ມະ​ໂນ​ທຳ, ຮັກຫອມ​ສັນຕິພາບ, ຄວາມ​ຍຸຕິ​ທຳ, ຍາມ​ໃດ​ກໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ໃນ​ນັ້ນ​ມີ​ບັນດາ​ເພື່ອນ​ມິດ​ອາ​ເມ​ລິ​ກາ. ​ໃນ​ໄລຍະ​ສັນຕິພາບ, ຫວຽດນາມ ຍັງ​ຄົງ​ຈຳ​ເປັນ​ໄດ້​ຮັບ​ຄວາມ​ສາມັກຄີ​ຈາກ​ເພື່ອນ​ມິດສາ​ກົນ. ທ່ານ​ນາງ Nguyen Thi Binh ປາຖະໜາ​ວ່າ, ທ່ານ Ramsey Clark ພ້ອມ​ກັບ​ບັນດາ​ເພື່ອນ​ມິດ​ອາ​ເມ​ລິ​ກາ​ຜູ້​ອື່ນໆ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນ​ຫວຽດນາມ, ພິ​ເສດ​ແມ່ນ​ຂົນຂວາຍ​ລັດຖະບານ ອາ​ເມ​ລິ​ກາ ມີ​ຄວາມ​ຮັບຜິດຊອບ​ທີ່​ມີ​ຕໍ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ຫວຽດນາມ.

ກ່ອນ​ນີ້ 40 ປີ, ທ່ານ Ramsey Clark ​ໄດ້​ມາ​ຫວຽດນາມ, ປະຈຸ​ບັນ ​ເຖິງ​ວ່າ​ມີ​ອາຍຸ 85 ປີ​ແລ້ວ​ທ່ານ​ຍັງ​ຄົງ​ມີ​ຄວາມ​ຫວັງ​ຢາກ​ມາ​ຢ້ຽມຢາມ​ຫວຽດນາມ ອີກ​ເທື່ອ​ໜຶ່ງ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສະພາບ​ການ​ຕົວ​ຈິງ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ.

” 40 ປີ ​ແມ່ນ​ໄລຍະ​ເວລາ​ອັນຍາວ​ນານ​ໃນ​ຊີວິດຂອງ​ຜູ້​ໜຶ່ງ. ພາຍຫຼັງ 40 ປີ ຂ້າພະ​ເຈົ້າກັບ​ຄືນ​ຫວຽດນາມ ດ້ວຍ​ຈຸດປະສົງ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ຫວຽດນາມ​ພາຍຫຼັງ 40 ປີ ​ແມ່ນ​ຄື​ແນວ​ໃດ. ຫວຽດນາມ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ຂ້າພະ​ເຂົ້າ​ຖື​ວ່າ ສົງຄາມ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ​ແຕ່​ຍັງ​ຄົງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ເຮັດ. ໜຶ່ງ​ໃນ​ບັນດາ​ວຽກ​ງານ​ດັ່ງກ່າວ ​ແມ່ນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ”

ຂ່າວ/ບົດ​ອື່ນ