ຫວຽດນາມ-ຍີ່ປຸ່ນເພີ່ມທະວີການຮ່ວມມືດ້ານຖະແຫຼງຂ່າວແລະສື່ສານ

ຫວຽດນາມ-ຍີ່ປຸ່ນເພີ່ມທະວີການຮ່ວມມືດ້ານຖະແຫຼງຂ່າວແລະສື່ສານ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ
ຫງວຽນ​ບັກ​ຊອນ ແລະ ​ທ່ານ​ນາງລັດຖະມົນຕີ​ວ່າການ​ກະຊວງ​
ພາຍ​ໃນແລະ ສື່ສານ Sanae Takaichi)

(vovworld) –  ​ ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ ​ໃນ​ລະຫວ່າງ​ວັນ​ທີ 6-9/7/2015, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມ ຫງວຽນ​ບັກ​ຊອນ ໄດ້​ມີ​ການ​ເຈລະຈາ 2 ຝ່າຍ​ກັບ​ທ່ານ​ນາງລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ​ແລະ ສື່ສານຍີ່ປຸ່ນ Sanae Takaichi ​ໃນ​ວັນ​ທີ 7/7. ທີ່​ການ​ເຈລະຈາ, ທ່ານ ຫງວຽນ​ບັກ​ຊອນ ສະ​ເໜີ 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ເຄືອ​ຂ່າຍເອ​ເລັກ​ໂຕ​ນິກ, ​ໄປສະນີ, ຄວາມ​ຖີ່ ​ແລະ ກະຈາຍສຽງ​ໂທລະພາບ​​ໃຫ້​ດີກ່ວາ​ອີກ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ຍີ່ປຸ່ນ ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ ​ແລະ ປາດ​ຖະໜາ​ວ່າ: ຍີ່ປຸ່ນ ຈະບຸລິມະສິດ​ສະຫງວນ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ (ODA) ​ໃຫ້​ບັນດາ​ໂຄງການ ກ່ຽວ​ກັບ​ຄວາມ​ປອດ​​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ ຢູ່ ຫວຽດນາມ. ທ່ານ​ນາງລັດຖະມົນຕີ Sanae Takaichi ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ກະຊວງ​ພາຍ​ໃນ ​ແລະ ສື່ສານ​ຍີ່ປຸ່ນ ຈະ​ສືບ​ຕໍ່​ສະຫງວນ​ບັນດາ​ການ​ໜູນ​ຊ່ວຍ ດ້ານ​​ບຳລຸງ​ສ້າງ ​ແລະ ຈະ​ພ້ອມ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ແລະ ອົງການ​ໄຈ​ກາ (JCA) ສົມທົບ​ກັນ​ໃນ​ການ​ໜູນ​ຊ່ວຍ​ບັນດາ​ໂຄງການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານຂໍ້​ມູນ​ຂ່າວສານ ​ໃຫ້ ຫວຽດນາມ. ລັດຖະມົນຕີ​ທັງ 2 ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຮັກສາ​ການ​ໂອ້​ລົມ​ສົນທະນາ​ເປັນ​ປະຈຳ ​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​​ໃນ​ການຄຸ້ມ​ຄອງ, ສົ່ງ​ເສີມ​ຍູ້​ແຮງ​ການ​ຮ່ວມ​ມື​ລົງທຶນດຳ​ເນີນ​ທຸລະ​ກິດ ລະຫວ່າງ​ວິ​ສາ​ຫະກິດໄປສະນີ, ​ໂທລະ​ຄົມ ​ແລະ ​ເຕັກ​ໂລ​ໂນ​ຊີ​​ຂໍ້​ມູນ​ຂ່າວສານ ຂອງ 2 ປະ​ເທດ. ພາຍຫຼັງ​ການ​ເຈລະຈາ, ການ​ນຳ 2 ກະຊວງ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ຄວາມ​ຖີ່​ວິທະຍຸ ລະຫວ່າງ​ກົມ​ຄວາມ​ຖີ່​ຫວຽ​ດນາມ ​ແລະ ອົງການ​ຄຸ້ມ​ຄອງ​ຄວາມ​ຖີ່​ຍີ່ປຸ່ນ ​ແລະ ສັນຍາ​ຮ່ວມ​ມື ລະຫວ່າງ​ບໍລິສັດ​ໃຫຍ່​ໄປສະນີ​ຫວຽດນາມ (VNPOST) ​ແລະ ​ໄປສະນີ​ຍີ່ປຸ່ນ (JPPOST).

     ຕອນ​ເຊົ້າ​ວັນ​ທີ 8/7, ທ່ານ​ລັດຖະມົນຕີ ຫງວຽນ​ບັກ​ຊອນ ​ໄດ້​ເປັນ​ປະທານ​ຮ່ວມ​​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງທຶນ​ເຕັກ​ໂລ​ໂນ​ຊີ​ດ້ານ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ-​ຍີ່​ປຸ່ນ.

 


ຂ່າວ/ບົດ​ອື່ນ