ຫວຽດນາມຍາດໄດ້ລາງວັນທີໜື່ງທົ່ວຄະນະໃນການແຂ່ງຂັນຊິງຊະນະເລີດKaratedoອາຊີຕາເວັນອອກຄັ້ງທີ4

ຫວຽດນາມຍາດໄດ້ລາງວັນທີໜື່ງທົ່ວຄະນະໃນການແຂ່ງຂັນຊິງຊະນະເລີດKaratedoອາຊີຕາເວັນອອກຄັ້ງທີ4 - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 6/4, ຫົວ​ໜ້າ​ກິ​ລາ​ປະ​ເພດ Karatedo ຫ​ວຽດ​ນາມ ຫວູ​ເຊີນ​ຮ່າ ໃຫ້​ຮ​ູ້​ວ່າ: ບັນ​ດາ​ນັກ​ກິ​ລາ Karatedo  ຫວຽດ​ນາມ ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ການ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ Karatedo ອາ​ຊີ​ຕາ​ເວັນ​ອອກສ່​ຽງ​ໃຕ້​ຄັ້ງ​ທີ 4 ປີ 2015 ດ້ວຍ​ 12 ຫຼຽນ​ຄຳ. ຍື່ນ​ອັນ​ດັບ 2 ແມ່ນ​ຄະ​ນະ​ໄທ, ມາ​ເລ​ເຊຍ ໄດ້ຍື່ນ​ອັນ​ດັບທີ 3. ກໍ່​ຕາມ​ທ່ານ ຫວູ​ເຊີນ​ຮ່າ ແລ້ວ, SEA Games 28 ປີນີ້, ປະ​ເທດ​ເຈົ້າ​ພາບ​ສິງ​ກາ​ໂປ ໄດ້​​ລົບ​ຊື່​ການ​ແຂ່ງ​ຂັນ​ມວຍ Karatedo ອອກ​ຈາກບ​ັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເພດ​ກິລາ ​ຈະ​ແຂ່ງ​ຂັນໃນ​ປີ. ດັ່ງ​ນັ້ນ, ພາຍຫຼັງ​ການ​ແຂ່ງ​ຂັນ​ຄັ້ງ​ນີ້, ບັນ​ດາ​ນັກ​ມວຍ ຫວຽດ​ນາມ ໄດ້​ສຸມ​ໃສ່​ແຂ່ງ​ຂັນ​​ໃນ​ການ​ແຂ່ງ​ຂັນ​​ກິ​ລາ​ຂະ​ໜາດ​ໃຫຍ່​ນັ້ນ ແມ່ນ​ການ​ແຂ່​ງ​ຂັນ​ຊິງ​ຊະ​ນະ​ເລີດ ອາ​ຊີ ​ ແລະ ​ການ​ແຂ່​ງ​ຂັນ​ຊິງ​ຊະ​ນະ​ເລີດໜຸ່ມ ໂລກ.

        ​​ການ​ແຂ່​ງ​ຂັນ​ຊິງ​ຊະ​ນະ​ເລີດ Karatedo ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ປີ 2015 ຖືກ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 3 – 5/4 ຢູ່​ລາວ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 7 ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແມ່ນ: ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ, ໄທ, ມຽນ​ມາ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ.

 


ຂ່າວ/ບົດ​ອື່ນ