ຫວຽດນາມຍາດໄດ້ຫຼຽນຄຳ4ຫຼຽນ,ຫຼຽນເງິນ1ຫຼຽນໃນການເສັງ Olympic ຟິຊິກສາດສາກົນປີ 2017

(VOVWORLD) -ໃນການເສັງ Olympic ວິຊາຟິຊິກສາດສາກົນຄັ້ງທີ 48, ປີ 2017, ເຊິ່ງຖືກດຳເນີນຢູ່ອິນໂດເນເຊຍ, ໃນລະຫວ່າງວັນທີ 16 – 24 ກໍລະກົດ, ໄດ້ມີການເຂົ້າຮ່ວມຂອງນັກຮຽນ 424 ຄົນທີ່ມາຈາກ 86 ປະເທດ ແລະ ເຂດແຄ້ວນໃນໂລກເຂົ້າຮ່ວມ.

ຫວຽດນາມຍາດໄດ້ຫຼຽນຄຳ4ຫຼຽນ,ຫຼຽນເງິນ1ຫຼຽນໃນການເສັງ Olympic ຟິຊິກສາດສາກົນປີ 2017 - ảnh 1

 ຄະນະນັກຮຽນຫວຽດນາມ ລວມມີ 5 ຄົນ

(ພາບ: pbc.moet.gov.vn)

ຄະນະນັກຮຽນຫວຽດນາມ ລວມມີ 5 ຄົນ ເຂົ້າຮ່ວມການເສັງ ແລະ ລ້ວນແຕ່ຍາດໄດ້ລາງວັນ, ລວມມີຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 1 ຫຼຽນ. ດ້ວຍຜົນງານດັ່ງກ່າວ, ຫວຽດນາມ ໄດ້ຢືນອັນດັບທີ 5 ຖັດຈາກຈີນ, ສ.ເກົາຫຼີ, ລັດເຊຍ ແລະ ສິງກະໂປ. ນີ້ແມ່ນຜົນງານສູງສຸດນັບແຕ່ກ່ອນມາຮອດປະຈຸບັນຂອງຄະນະນັກຮຽນ Olympic ຟິຊິກສາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ