ຫວຽດນາມຍາມໃດກໍຊົມເຊີຍ ແລະ ຕ້ອນຮັບບັນດາວິສາຫະກິດ EU


  ຫວຽດນາມຍາມໃດກໍຊົມເຊີຍ ແລະ ຕ້ອນຮັບບັນດາວິສາຫະກິດ EU - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລະທ່ານ Bernd Lange ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ສາ​ກົນ, ລັດ​ຖະ​ສະ​ພາ​ເອີ​ລົບ   
(ພາບ: baodientuchinhphu)  

(vovworld)- ຕອນ​ບ່າຍ​ວັນ​ທີ 7/4, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ສາ​ກົນ, ລັດ​ຖະ​ສະ​ພາ​ເອີ​ລົບ ທ່ານ Bernd Lange ພ້ອມ​ດ້ວຍ​ຄະ​ນະ​ຊຶ່ງ​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ເໜີ ສະ​ຫະ​ພາບ​ເອີ​ລົ​ບ ຈົ່ງ​ສຳ​ເລັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ຄູ່​ຮ່ວມ​ມື​ຮອບ​ດ້ານ, ຮັບ​ຮອງ​ຫວຽດ​ນາມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຢ່າງ​ເຕັມ​ສ່ວນໂດຍ​ໄວ; ພ້ອມ​ທັງ​ສະ​ເໜີໃຫ້ 2 ຝ່າຍຈົ່ງ​ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ເພື່ອ​ເຊັນ​ສັນ​ຍາ FTA ໃນ​ກາງ​ປີນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ເໜີ ລັດ​ຖະ​ສະ​ພາ​ເອີ​ລົບສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ເພື່ອ​ໃຫ້ ສັນ​ຍາ FTA ລະ​ຫວ່າງ​ຫວຽດ​ນາມ- ສະ​ຫະ​ພາບ​ເອີ​ລົ​ບໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຖືວ​່າ ການ​ລົງ​ນາມ ແລະ ປະ​ຕິ​ບັດ ສັນ​ຍາ FTA ກັບ​ບັນ​ດາ​ຄູ່​ຮ່ວມ​ມື ແມ່ນບໍ່​ພຽງ​ແຕ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ 2 ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຊ່ວຍ​ຫວຽດ​ນາມ​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງຍັງ​ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ຊົມ​ເຊີຍ ແລະ ຕ້ອນ​ຮັບ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ສະ​ຫະ​ພາບ​ເອີ​ລົ​ບ​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ສຳ​ເລັດ​ຜົນຢູ່​ຫວຽດ​ນາມ.

     ສ່ວນປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ສາ​ກົນ, ລັດ​ຖະ​ສະ​ພາ​ເອີ​ລົບ ທ່ານ Bernd Lange ຢືນ​ຢັນ​ວ່າ ສະ​ຫະ​ພາບ​ເອີ​ລົ​ບຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ, ເພາະ​ສະ​ນັ້ນ, ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ສາ​ກົນ, ລັດ​ຖະ​ສະ​ພາ​ເອີ​ລົບ ຈະ​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ຂີດ​ເຖິງ​ຂໍ້​ສະ​ເໜີ​ຂອງ​ຫວຽດ​ນາມ. ທ່ານ​ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສັນ​ຍາ FTA ລະ​ຫວ່າງ​ຫວຽດ​ນາມ- ສະ​ຫະ​ພາບ​ເອີ​ລົ​ບ ຈະ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ ເພາະ​ວ່າ ສັນ​ຍາ FTA ແມ່ນ​ສັນ​ຍາ​ຮອບ​ດ້ານ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ 2 ຝ່າຍ.
ຂ່າວ/ບົດ​ອື່ນ