ຫວຽດ​ນາມ​ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ເຄົາ​ລົບ​ສິດ​ທິ​ມະ​ນຸດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ດ້ວຍຈິດໃຈ ແລະ ຄວາມຕັດສິນໃຈຢ່າງສູງຂອງສະມາຊິກສະພາສິດທິມະນຸດ, ຫວຽດນາມ ຈະປະກອບສ່ວນດ້ວຍຈິດໃຈຄວາມຮັບຜິດຊອບຢ່າງສູງທີ່ສຸດໃຫ້ແກ່ວຽກງານຂອງສະພາສິດທິມະນຸດ, ເພື່ອອະນາຄົດທີ່ດີງາມກ່ວາອີກຂອງມວນມະນຸດ.
ຫວຽດ​ນາມ​ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ເຄົາ​ລົບ​ສິດ​ທິ​ມະ​ນຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 27 ກຸມພາ, ກ່າວຄຳເຫັນໄຂກອງປະຊຸມປະຈຳປີຄັ້ງທີ 52 ສະພາສິດທິມະນຸດ ສປຊ ຢູ່ ເຊີແນວ (ປະເທດສະວິດ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ປະກາດບັນດາຕົວເລກທີ່ພົ້ນເດັ່ນກ່ຽວກັບສິດທິມະນຸດຢູ່ ຫວຽດນາມ ໃນໄລຍະຜ່ານມາ ແລະ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະມີການປະກອບສ່ວນຫຼາຍຢ່າງອີກໃຫ້ແກ່ປະຊາຄົມສາກົນ. ທ່ານໃຫ້ຮູ້ວ່າ:

        ໂດຍແມ່ນສະມາຊິກຂອງຫຼາຍກົນໄກຫຼາຍຝ່າຍທີ່ສຳຄັນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງ ກັບລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ກົດບັດ ສປຊ, ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອຫຼຸດຜ່ອນຄວາມແຕກຕ່າງກັນ, ເພີ່ມທະວີການຮ່ວມມືຢູ່ສະພາສິດທິມະນຸດ ດ້ວຍທິດນຳທີ່ວ່າ: “ເຄົາລົບນັບຖື ແລະ ມີຄວາມເຂົ້າໃຈ, ເຈລະຈາ ແລະ ການຮ່ວມມື, ສິດທິມະນຸດທັງໝົດສະຫງວນໃຫ້ແກ່ໝົດທຸກຄົນ”.

        ບົນຈິດໃຈນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ແບ່ງປັນບັນດາຄວາມຮັບຮູ້ຂອງ ຫວຽດນາມ ກັບສະພາບການສິດທິມະນຸດໃນໂລກປັດຈຸບັນ. ຕາມນັ້ນແລ້ວ, ແຕ່ລະປະເທດລ້ວນແຕ່ມີຄວາມຫວັງລວມກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດແຕ່ວ່າ ແຕ່ລະປະເທດ, ພາກພື້ນອາດຈະມີວິທີການສຳຜັດທີ່ແຕກຕ່າງກັນ, ຍ້ອນລັກສະນະສະເພາະທາງດ້ານປະຫວັດສາດ, ລະບົບການເມືອງ, ວັດທະນະທຳ, ເສດຖະກິດ - ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ດ້ວຍຈິດໃຈ ແລະ ຄວາມຕັດສິນໃຈຢ່າງສູງຂອງສະມາຊິກສະພາສິດທິມະນຸດ, ຫວຽດນາມ ຈະປະກອບສ່ວນດ້ວຍຈິດໃຈຄວາມຮັບຜິດຊອບຢ່າງສູງທີ່ສຸດໃຫ້ແກ່ວຽກງານຂອງສະພາສິດທິມະນຸດ, ເພື່ອອະນາຄົດທີ່ດີງາມກ່ວາອີກຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ