ຫວຽດນາມຍາມໃດກໍເອົາໃຈໃສ່ພັດທະນາ ແລະ ນຳໃຊ້ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານເຄມີສາດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ
(ພາບປະກອບ)
(vovworld)-ຕອນບ່າຍວັນທີ 28/7, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ພິທີອັດການເສງ ໂອລິມປິກວິຊາເຄມີສາດສາກົນຄັ້ງທີ 46, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ ເນັ້ນໜັກວ່າ ໃນສັງກາດວິທະຍາສາດເຕັກໂນໂລຢີທີ່ນັບມື້ນັບພັດທະນາຢ່າງແຮງ, ການພັດທະນາຂອງຂະແຂງວິທະຍາສາດເຄມີສາດຈະສືບຕໍ່ແມ່ນຂົງເຂດວິທະຍາສາດໄດ້ຮັບຄວາມເອົາໃຈໃສ່ ແລະ ຊຸກຍູ້ທັງໃນລະດັບຊາດ ແລະ ສາກົນ. ຢູ່ຫວຽດນາມການສຶກສາບຳລຸງສ້າງ ແລະ ວິທະຍາສາດເຕັກໂນໂລຢີໄດ້ຮັບການກຳນົດແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ລັດຖະບານຍາມໃດກໍເອົາໃຈໃສ່ພັດທະນາ ແລະ ນຳໃຊ້ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດເຕັກໂນໂລຢີ, ໃນນັ້ນມີບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານເຄມີສາດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ ເນັ້ນໜັກວ່າ ການເສງ ໂອລິມປິກວິຊາເຄມີສາດສາກົນ ກໍແມ່ນໂອກາດເພື່ອຄົ້ນພົບບັນດາ ຜູ້ທີ່ມີຄວາມເກັ່ງກ້າສາມາດ, ພ້ອມທັງເຊີດຊູ ແລະ ຊຸກຍູ້ການພັດທະນາວິທະຍາສາດເຄມີສາດໃຫ້ແຂງແຮງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ ກ່າວວ່າ :
“ພວກນ້ອງນັກຮຽນແມ່ນບັນດາເຈົ້າຂອງຂອງການສອບເສັງນີ້ - ເຊິ່ງແມ່ນການສອບເສັງເຊິ່ງພວກເຮົາທັງໝົດແມ່ນຜູ້ໄດ້ຮັບໄຊຊະນະ. ພວກນ້ອງທຸກຄົນລ້ວນແຕ່ໄດ້ຜ່ານຜ່າການທ້າທາຍຂອງການສອບເສັງ ແລະ ມີຊຸມວັນໄດ້ເຕົ້າໂຮມນຳກັນໃນນ້ຳໃຈເພື່ອນມິດ ແລະ ຄວາມສາມັກຄີສາກົນຢ່າງສະໜິດສະໜົມ, ມິດຕະພາບ. ອະນາຄົດຂອງໂລກຈະຂຶ້ນກັບລຸ້ນພວກນ້ອງ. ຂ້າພະເຈົ້າເຊື່ອໝັ້ນວ່າ: ຫຼາຍຄົນເຂົ້າຮ່ວມການສອບເສັງຄັ້ງນີ້ຈະກາຍເປັນນັກວິທະຍາສາດດີເດັ່ນ, ບັນດາການນຳ, ນັກຄຸ້ມຄອງທີ່ປິຊາສາມາດ, ບັນລຸຜົນສຳເລັດ, ອຸທິດສ່ວນອັນໃຫຍ່ຫຼວງເຂົ້າໃນຄວາມວັດທະນາຖາວອນຂອງປະເທດຕົນ, ປະກອບສ່ວນເຂົ້າໃນການຮ່ວມມື, ພັດທະນາລະຫວ່າງປະເທດຕ່າງໆ ແລະ ນຳມາເຊິ່ງສັນຕິພາບ, ຄວາມວັດທະນາຖາວອນ, ຄວາມສຸກໃຫ້ແກ່ມວນມະນຸດ”
ທີ່ພິທີອັດ, ຄະນະຈັດຕັ້ງການສອບເສັງ ອລິມປິກວິຊາເຄມີສາດສາກົນຄັ້ງທີ 46 ໄດ້ມອບຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ແລະ 10 ລາງວັນຊົມເຊີຍໃຫ້ບັນດານັກຮຽນເຂົ້າຮ່ວມການສອບເສັງ.