ຫວຽດນາມຕັ້ງຫນ້າຕອບສະຫນອງວັນນຳ້ໂລກຄືວັນທີ22/3

 ຫວຽດນາມຕັ້ງຫນ້າຕອບສະຫນອງວັນນຳ້ໂລກຄືວັນທີ22/3 - ảnh 1
ພາບປະກອບ:internet


(vovworld)-ຕອນ​ເຊົ້າ​ວັນ​ທີ 24/2 ຢູ່ ຮ່​າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕອບ​ສະຫນອງ​ວັນ​ນຳ້​ໂລກ​ຄື​ວັນ​ທີ 22/3 ຢູ່ ຫວຽດນາມ. ຈຸດ​ສຸມ​ຂອງ​ການ​ເຄື່ອ​ນ​ໄຫວ​ນີ້​ແມ່ນ​ງາ​ນຊຸມນຸມ​ມິດ​ຕິງ​ຕອບ​ສະຫນອງ​ວັນ​ນຳ້​ໂລກ​ໃນ​ວັນ​ທີ 21/3 ຢູ່ ນະຄອນ ລາຍ​ເຈົາ. ນອກຈາກ​ນັ້ນ ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ອື່ນ​ຄື: ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ນຳ້ ​ແລະ ພະລັງງານ”, ງານ​ວາງສະ​ແດງ“ນຳ້-​ມະນຸດ ​ແລະ ຊີວິດ”, ການສະ​ແດງ​ສິລະ​ປະພາ​ຍ​ໃຕ້​ຫົວ​ຂໍ້​ວ່າ: ​ແມ່​ນຳ້ ​ແລະ ສຽງ​ເພງ” ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ໂຄສະນາ​ຈຳນວນ​ຫນຶ່ງ.

ວັນ​ນຳ້​ໂລກ​ປີ 2014 ​ແມ່ນ​ຍົກ​ສູງ​ຄວາ​ມຮັບ​ຮູ້​ຈາກ​ວົງ​ຄະນາ​ຍາດ​ກ່ຽວ​ກັບ​ແຫລ່ງນຳ້ ພ້ອມ​ທັງ​ຮຽກຮ້ອງ​ຊອກ​ຫາ​ມາ​ດຕະການ​ຄຸ້ມ​ຄອງ​ຊັບພະຍາກອນ​ນຳ້​ແບບ​ຍືນ​ຍົງ ​ເພື່ອ​ສາ​ມາດ​ຮັບປະກັນ​ການ​ຮັກສາ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ມະນຸດ. ວັນ​ນຳ້​ໂລກ​ປີ 2014 ກໍ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ໂລກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ​ແລະ ວົງ​ຄະນາ​ຍາດ​​ເຂດ​ຊຸມ​ຊົນ​ກໍ​ຄື​ການ​ພົວພັນ​ລະຫວ່າງ​ນຳ້ ​ແລະ ພະລັງງານ.

 

ຂ່າວ/ບົດ​ອື່ນ