ຫວຽດນາມຕິດຕາມສະພາບການພົນລະເມືອງຫວຽດນາມຢູ່ລີບີຢ່າງໃກ້ຊິດ
ພາບປະກອບ
(vovworld) – ວັນທີ 30/7/2014, ກົມກົງສູນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ມີພົນລະເມືອງ ຫວຽດນາມ ປະມານ 1.550 ຄົນພວມເຮັດວຽກຢູ່ ລີບີ ໃນນັ້ນສ່ວນຫຼາຍແມ່ນຢູ່ບັນດາເຂດບໍ່ທັນເກີດການປະທະກັນ.
ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ຫວຽດນາມ ກໍ່ໄດ້ຊີ້ນຳບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ລີບີ ແລະ ບັນດາປະເທດໃນພາກພື້ນຕິດຕາມສະພາບການຢ່າງໃກ້ຊິດ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງປະຈຳຖີ່ນ, ບັນດາບໍລິສັດພວມມີສັນຍາກັບຄົນງານ ຫວຽດນາມ ເພື່ອກຽມພ້ອມສ້າງເງື່ອນໄຂສະດວກ. ມີບັນດາຮູບການໜູນຊ່ວຍ, ຮັບປະກັນຄວາມປອດໄພໃຫ້ພົນລະເມືອງ ຫວຽດນາມ ພວມເຮັດວຽກຢູ່ ລີບີ, ຮຽກຮ້ອງສະຖານທູດ ຫວຽດນາມ ປະຈຳ ລີບີ ເປັນເຈົ້າການໃນການຕິດຕໍ່ພົວພັນ, ປະກາດໃຫ້ພົນລະເມືອງ ຫວຽດນາມ ກ່ຽວກັບການຜັນແປສັບສົນຢູ່ ລີບີ, ພ້ອມທັງກ່າວເຕືອນວ່າພົນລະເມືອງຄວນຫຼີກລ້ຽງບັນດາເຂດເກີດການປະທະກັນ ແລະ ມີການຕິດຕໍ່ພົວພັນກັບສະຖານທູດຫວຽດນາມ ປະຈຳລີບີຢ່າງແໜ້ນແຟ້ນເພື່ອໄດ້ຮັບການໜູນຊ່ວຍໃນສະພາວະສຸກເສີນ.