ຫວຽດນາມຕ້ອງການມີວິສາຫະກິດຄື Viettel ອີກຫຼາຍແຫ່ງ

(VOVWORLD) -ຕອນບ່າຍວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງ ກຸ່ມບໍລິສັດອຸດສາຫະກຳ ແລະ ໂທລະຄົມມະນາຄົມ ກອງທັບ (Viettel) ກ່ຽວກັບສະພາບການຜະລິດ, ດຳເນີນທຸລະກິດ ກໍຄືຍຸດທະສາດພັດທະນາຂອງກຸ່ມບໍລິສັດ.

ຫວຽດນາມຕ້ອງການມີວິສາຫະກິດຄື Viettel ອີກຫຼາຍແຫ່ງ - ảnh 1ພະນັກງານ, ນັກຮົບ ກຸ່ມບໍລິສັດ Viettel ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

(ພາບ: Quang Hieu/VGP)

ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຜົນງານທີ່ ກຸ່ມບໍລິສັດ Viettel ບັນລຸໄດ້ໃນໄລຍະຜ່ານມາ ຊຶ່ງໄດ້ມານະພະຍາຍາມ ແລະ ປະສົບຜົນສຳເລັດເພື່ອກາຍເປັນກຸ່ມບໍລິສັດດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ອຸດສາຫະກຳປ້ອງກັນຊາດ. ກຸ່ມບໍລິສັດໄດ້ເປັນເຈົ້າຂອງເຕັກໂນໂລຢີທັນສະໄໝ ແລະ ມຸ່ງໄປເຖິງບັນດາເຕັກໂນໂລຢີກ້າວໜ້າທີ່ສຸດຂອງໂລກ. ມາຮອດປັດຈຸບັນ, Viettel ແມ່ນວິສາຫະກິດລົງທຶນອອກສູ່ຕ່າງປະເທດໃຫຍ່ສຸດຂອງຫວຽດນາມ; ເປັນກົມກອງປະຈັນບານ ແລະ ນຳໜ້າໃນການສ້າງພື້ນຖານອຸດສາຫະກຳປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດຢູ່ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ກຸ່ມບໍລິສັດ Viettel ຄວນນຳໜ້າໃນການປະຕິວັດ 4.0 ແລະ ແຜ່ຂະຫຍາຍອອກສູ່ຂົງເຂດອື່ນ, ນັບທັງຜະລິດຕະພັນບໍລິການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ກຸ່ມບໍລິສັດຄວນຜະລິດເຕັກໂນໂລຢີສູງ ແລະ ເປັນເຈົ້າຂອງເຕັກໂນໂລຢີທັນສະໄໝທີ່ສຸດ. ທ່ານນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ກຸ່ມບໍລິສັດເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຮູບແບບການຈັດຕັ້ງກຸ່ມບໍລິສັດແບບຮາບພຽງ, ສະຫຼາດ, ມີກົນໄກຄຸ້ມຄອງທີ່ທັນສະໄໝ, ມີປະສິດທິຜົນ, ມີໄຫວພິບ: ເປັນມືອາຊີບ ດ້ວຍຈິດໃຈ ແມ່ນປ່ຽນແປງໃໝ່ກົນໄກຄຸ້ມຄອງ ເພື່ອປົດປ່ອຍກຳລັງຜະລິດ ເພື່ອໃຫ້ Viettel ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ