ຕອນຄ່ຳວັນທີ 8/12 ຕາມເວລາຫວຽດນາມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ແລະບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ທີ່ພວມຢູ່ຢ້ຽມຢາມລາຊະອານາຈັກອັງກິດຢ່າງເປັນທາງການ ໄດ້ພົບປະກັບທ່ານ Lindsay Hoyle ຮອງປະທານຜູ້ທີໜື່ງສະພາຕ່ຳອັງກິດ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮູ່ງ ຊີ້ແຈ້ງວ່າ: ຫວຽດນາມຖືການພົວພັນມິດຕະພາບ ແລະຮ່ວມມືຍຸດທະສາດກັບລາຊະອານາຈັກອັງກິດເປັນສຳຄັນທີ່ສຸດ, ພິເສດ ໃນສະພາບການທີ່ສອງປະເທດ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຍຸດທະສາດປີ 2010, ດຳເນີນຮອບເຈລະຈາຍຸດທະສາດຄັ້ງທີ 1 ແລະລົງນາມໃນແຜນການດຳເນີນງານຫວຽດນາມ-ອັງກິດ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນ່ໃສ່ສືບຕໍ່ປັບປຸງ ແລະຫັນການພົວພັນຄູ່ຮ່ວມມືຍຸດທະສາດທີ່ສອງປະເທດໄດ້ລົງນາມໃຫ້ປະກົດຜົນເປັນຈິງ. ກ່າວຄຳເຫັນກັບວົງການນັກຂ່າວອັງກິດ ແລະຫວຽດນາມພາຍຫລັງການພົບປະ, ທ່ານຮອງປະທານຜູ້ທີໜື່ງສະພາຕ່ຳອັງກິດສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່າ ການຮ່ວມມືຂອງສອງປະເທດຈະສືບຕໍ່ພັດທະນາຢ່າງຈົບງາມໃນອະນາຄົດ. ຕອບຄຳຖາມຂອງນັກຂ່າວສອງປະເທດ, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮູ່ງເນັ້ນໜັກວ່າ:
“ອາດເວົ້າໄດ້ວ່າ ພວກຂ້າພະເຈົ້າມາຢ້ຽມຢາມອັງກິດຄັ້ງນີ້ ແມ່ນເພື່ອເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງຊາດ, ຊຸກຍູ້ການຮ່ວມມືຮອບດ້ານຂອງພວກເຮົາຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ຂ້າພະເຈົ້າເຫັນດີກັບບັນດາຄຳເຫັນ ຊື່ງທ່ານຮອງປະທານຜູ້ທີໜື່ງສະພາຕ່ຳອັງກິດໄດ້ຍົກອອກມາ. ການຮ່ວມມືຂອງພວກເຣົາບໍ່ພຽງແຕ່ຢຸດຢູ່ໃນການພົວພັນຮ່ວມມືດ້ານການຄ້າ, ການລົງທຶນເທົ່ານັ້ນ, ຫາກຍັງຕ້ອງເປີດກ້ວາງອອກສູ່ຂົງເຂດການສຶກສາ ບຳລຸງສ້າງ, ເບີ່ງແຍງສຸຂະພາບປະຊາຊົນ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ກິລາ….ອີກດ້ວຍ”
ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮູ່ງໄດ້ເປັນສັກຂີພິຍານໃນພິທີລົງນາມໂຄງການຮ່ວມມືບຳລຸງສ້າງລະຫວ່າງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະມະຫາວິທະຍາໄລ Nottingham. ໃນຕອນຄ່ຳຂອງວັນທີ 8/12, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມດິງລາທັງ ແລະລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງອັງກິດ ໄດ້ລົງນາມໃນສັນຍາຮ່ວມມືດ້ານການບິນລະຫວ່າງ ກະຊວງຄົມມະນາຄົມຂົນສົ່ງສອງປະເທດ.
ໃນມື້ທີສອງຂອງການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ແລະບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບປະທານສະພາສູງອັງກິດ ພະນາງ Baroness Dsouza ແລະເຈລະຈາກັບປະທານສະພາຕ່ຳອັງກິດ ທ່ານ John Bercow.
ທີ່ການພົບປະກັບພະນາງປະທານສະພາສູງອັງກິດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ໄດ້ຊົມເຊີຍ ແລະ ຕີລາຄາສູງເລື່ອງລັດຖະບານຫວຽດນາມ ແລະ ອັງກິດ ໄດ້ລົງນາມໃນຖະແຫຼງ ການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ 9/2010; ຢືນຢັນວ່າ ເຫດການນີ້ມີຄວາມໝາຍສຳຄັນທີ່ສຸດ, ເປັນຂີດໝາຍແຫ່ງບາດລ້ຽວໃນການຍົກການຮ່ວມມືສອງປະເທດຂຶ້ນສູ່ລະດັບສູງໃໝ່ນັບທັງການພົວພັນສອງຝ່າຍ ແລະຫຼາຍຝ່າຍ.
ໃນການພົບປະເຈລະຈາກັບປະທານສະພາຕ່ຳອັງກິດ ທ່ານ John Bercow. ສອງຝ່າຍໄດ້ສະແດງຄວາມພາກພູມໃຈຕໍ່ປະສິດທິຜົນແຫ່ງການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ ກໍ່ຄືການພັດທະນາຢ່າງດີງາມຂອງການພົວພັນລະຫວ່າງສອງປະເທດໃນ 38 ປີ ທີ່ຜ່ານມາ ນັບແຕ່ສ້າງການພົວພັນທາງການທູດ ເມື່ອປີ 1973. ທ່ານທັງສອງກໍ່ໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການແລກປ່ຽນ, ສົມທົບກັບອັງກິດ ໃນການແກ້ໄຂບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ.