ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Hideaki Ohmura, ເຈົ້າແຂວງໆ Aichi
ພາບ: chinhphu.vn
|
(vovworld)- ຕອນບ່າຍວັນທີ 10/9, ຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Hideaki Ohmura, ເຈົ້າແຂວງໆ Aichi ປະເທດຍີ່ປຸນ ພວມຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບຍີ່ປຸ່ນ ກວ່າອີກ, ເປັນຕົ້ນໃນຂົງເຂດ: ພັດທະນາແຫລ່ງຊັບພະຍາກອນມະນຸດ, ກໍ່ສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ພັດທະນາຂົງເຂດກະສິກຳ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າເ ຫວຽດນາມ ຖືເປັນສຳຄັນການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ໃນນັ້ນ ມີແຂວງ Aichi ກັບບັນດາທ້ອງຖິ່ນຂອງຫວຽດນາມ. ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Hideaki Ohmura ໃຫ້ຮູ້ວ່າ: ຈຸດປະສົງການຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ ຄັ້ງນີ້ ແມ່ນເພື່ອເພີ່ມທະວີການຮ່ວມມືພົວພັນແລກປ່ຽນໃນຂົງເຂດການບິນ ແລະ ປາດຖະຫນາຢາກເພີ່ມຖ້ຽວບິນລະຫວ່າງແຂວງ Achi ກັບນະຄອນ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມີນຂອງຫວຽດນາມ.
ໃນວັນດຽວກັນ, ທ່ານພົນເອກ ເຈີນດ້າຍກວາງ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ Yasuaki Tanizaki ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດຫນ້າທີ່ການທູດຢູ່ຫວຽດນາມ.