ຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບIsraelໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ

ຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບIsraelໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ແລະ
ທ່ານນາຍົກລັດຖະມົນຕີ  Israel Benjamin Netanyahu
(ພາບ:VGP/NguyenLinh)

(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 01 – 03/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄປຢ້ຽມຢາມປະ​ເທດ Israel ຢ່າງ​ເປັນ​ທາງ​ການ. ​ໃນ​ຂອບເຂດ​ການ​ຢ້ຽມຢາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ທ່ານ Silvan Shalon ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະ​ຊວງ​ພາຍ​ໃນ Israel, ທ່ານ Ofir Akunis ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ອາ​ວະ​ກາດ, ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ກຸ່ມ​ບໍລິສັດ Elbit System, Hutchison Kinrot, ​ໄປຢ້ຽມຢາມ​ເຂດ​ອຸດສາຫະກຳ ອາ​ວະ​ກາດ Babat.

        ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ນະຄອນຫລວງ Tel Aviv, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - Israel. ​ເວທີ​ປາ​ໄສ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ​ໃຫຍ່ Israel ​ໃນ​ບັນດາ​ຂົງ​ເຂດ ວິທະຍາສາດ - ​ເຕັກ​ໂນ​ໂລຢີ, ກະສິກຳ…​ກ່າວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ການ​ພັດທະນາ​ແບບ​ຍືນ​ຍົງ, ​​ເຕີບ​ໂຕ​ຂຽວ​ແມ່ນ ຄາດໝາຍ ​ເຊິ່ງ ຫວຽດນາມ ພວມ​ມຸ່ງ​ໄປ​ເຖິງ ​ແລະ ສິ່ງ​ນີ້​ກໍ​ເໝາະ​ສົມ​ກັບ​ບັນດາ​ຂົງ​ເຂດ​ທ່າ​ແຮງ​ຂອງ Israel ຄື​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ, ​ເຕັກ​ໂນ​ໂລ​ຢີຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ສາທາລະນະ​ສຸກ…​ທ່ານ​ຮອງ​ນາຍົກລັດຖະມົນຕີ ປາ​ດຖະໜາ​ວ່າ: ບັນດາ​ຄູ່​ຮ່ວມ​ມື 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີການ​ຊອກ​ຮູ້, ຮ່ວມ​ມື​​ໃນ​ບັນດາ​ຂົງ​ເຂດ​ນີ້, ​ໃຫ້​ບັນລຸ​ຜົນງານ ພິ​ເສດ​ແມ່ນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ​ໃຫ້​ຂະ​ແໜງວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ, ​ແບ່ງປັນ​ບົດຮຽນ ​ແລະ ພູມ​ປັນຍາ, ​ສ້າງ​ຄວາມ​ສາມາ​ດພ້ອມ​ກັບ​​ຮ່ວມ​ມື, ມີ​ຫົວຄິດ​ປະດິດ​ສ້າງ ​ແນ​ໃສ່​ນຳ​ມາ​ເຊິ່ງບັນດາ​ໝາກ​ຜົນ​ທີ່​ມີ​ຄຸນຄ່າ​ຕະຫລາດ, ​ແບ່ງປັນ​ບົດຮຽນ​ພັດທະນາ​ຮູບ​ແບບ​ທົ່ວ​ປະ​ເທດດຳ​ເນີນ​ອາຊີບ, ໜູນ​ໃຊ້ເຕັກ​ໂນ​ໂລ​ຢີສູງ​ໃຫ້ຫລາຍ​ກ່ວາ​ອີກ ​ເພື່ອ​ຊຸກຍູ້​ຂະ​ແໜງ​ກະສິກຳ ​​ເຊິ່ງແມ່ນ​ເສົາ​ຄ້ຳ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ.

ຂ່າວ/ບົດ​ອື່ນ