ຫວຽດນາມມຸ່ງໄປເຖິງການເປີດກ້ວາງຕະຫລາດສົ່ງອອກຄົນງານ

ຫວຽດນາມມຸ່ງໄປເຖິງການເປີດກ້ວາງຕະຫລາດສົ່ງອອກຄົນງານ - ảnh 1
(ພາບປະກອບ)

(vovworld) – ​ ​ ປີ 2015, ຄາດ​ຄະ​ເນ​ວ່າ​ບັນດາ​ທ້ອງ​ຖິ່ນ​ພາຍ​ໃນ​ປະ​ເທດ ມີ​ຜູ້​ອອກ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ 115 ພັນ​ຄົນ, ​ເພີ່ມ 8,5% ​ເມື່ອ​ທຽບ​ໃສ່​ກັບ​ປີ 2014. ບາງ​ຕະຫລາດ​ຈຸ​ດສຸມ ທີ່​ຮັບ​ຜູ້​ອອກ​ແຮງ​ງານ ຫວຽດນາມ ຫລາຍ​ຄົນ ​ແມ່ນ ​ໃຕ້​ຫວັນ (ຈີນ) ​ແລະ ຍີ່ປຸ່ນ. ພ້ອມ​ກັບການ​ສືບ​ຕໍ່​ເປີດ​ກ້ວາງ​ຕະຫລາດ​ສົ່ງ​ອອກຄົນ​ງານ, ປີ 2015 ຄຸນ​ນະພາ​ບຜູ້​​ອອກແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ໄດ້ຮັບ​ການ​ຍົກ​ສູງຂຶ້ນ​ເທື່ອ​ລະ​ກ້າວ. ຜູ້​ອອກແຮງ​ງານ ຫວຽດນາມ ສືບ​ຕໍ່​ເຮັດ​ວຽກ​ຢູ່​ບັນດາ​ຂົງ​ເຂດ, ອາຊີບ​ໃໝ່ ​ເຊິ່ງມີ​ຄວາມ​ຮຽກຮ້ອງ​ດ້ານຄຸນນະພາ​ບສູງ​ຄື: ນາງ​ແພດ, ພະຍາບານ​ຢູ່ ຍີ່ປຸ່ນ ​ແລະ ສາທາລະນະ​ລັດ ​ເຢຍລະ​ມັນ. ປະຈຸ​ບັນ ຫວຽດນາມ ມີຜູ້ອອກແຮງງານ 500 ພັນ​ກ່ວາ​ຄົນ​​ ພວມ​ເຮັດ​ວຽກ​ຢູ່ 40 ກ່ວາ​ປະ​ເທດ ​ແລະ ​ເຂດ​​ແຄວ້ນ​ໃນ​ໂລກ. ທ່ານ ຕົ໋ງຫາຍ​ນາມ, ຮອງຫົວໜ້າ​ກົມ​ຄຸ້ມ​ຄອງ​ຜູ້​ອອກແຮງ​ງານ​ຕ່າງປະ​ເທດ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ:

        “ ຄຽງ​ຂ້າງ​ການ​ເປີດ​ກ້ວາງ​ບັນດາ​ຕະຫລາດ​ທີ່​ຮັບ​ຜູ້​ອອກແຮງ​ງານ​ແລ້ວ, ພວກ​ເຮົາ​ກໍ​ແລກປ່ຽນ​ກັບ​ບັນດາ​ປະ​ເທດ ​ເພື່ອ​ເປີດ​ກ້ວາງທັງ​ຂະ​ແໜງ​ອາຊີບ ​ແລະ ຂົງ​ເຂດ​ຮັບ​ຜູ້​ອອກແຮງ​ງານອີກ. ປະຈຸ​ບັນ ມີ​ບາງ​ຕະຫລາດ​ທີ່​ເປ​ັນມູນ​ເຊື້ອ​ຮັບ​ຜູ້​ອອກແຮງ​ງານ ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ສືບ​ຕໍ່​ເປີດ​ກ້ວາງຕະຫລາດ​ແຮງ​ງານຢູ່​ ​ໃຕ້​ຫວັນ (ຈີນ), ຍີ່ປຸ່ນ, ມາ​ເລ​ເຊຍ ​ແລະ ບາງ​ປະ​ເທດ​ຢູ່​ຕາ​ເວັນ​ອອກ​ກາງ”

 

ຂ່າວ/ບົດ​ອື່ນ