ຫວຽດນາມຢືນຢັນຄືນຄຳໝັ້ນສັນຍາສຳລັບການເຄື່ອນໄຫວຮັກສາສັກຕິພາບຂອງສປຊ

ຫວຽດນາມຢືນຢັນຄືນຄຳໝັ້ນສັນຍາສຳລັບການເຄື່ອນໄຫວຮັກສາສັກຕິພາບຂອງສປຊ - ảnh 1
ທ່ານ​ເລ​ຮ່ວາຍ​ຈູງ
photo:internet


(vovworld)- ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ເປີດ​ກອງ​ປະຊຸມສະມັດຊາ​ໃຫຍ່ ສປຊ ດ້ວຍ​ຫົວ​ຂໍ​້ວ່າ: “ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ”: ທ່າ​ອ່ຽງ​ໃຫມ່ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 11/6, ທ່ານ ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ​ໄດ້​ປະກາດ​ວ່າ: ນັບ​ແຕ່​ທ້າຍ​ເດືອນ 6/2014, ບັນດາ​ນາຍ​ທະຫານ​ທຳ​ອິດ​ຂອງ​ກອງ​ທັບ​ປະຊາຊົນ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ຄະນະ​ຜູ້ຕາງຫນ້າ ຮັກສາ​ສັນຕິພາບ​ຂອງ ສປຊ ຢູ່ ຊູ​ດັງ​ໃຕ້. ທ່ານ​ເລ​ຮ່ວາຍ​ຈູງ ​ເນັ້ນຫນັກ​ວ່າ: ນີ້​ແມ່ນ​ພະຍານ​ຫລັກ​ຖານ​ຢືນຢັນ​ການ​ສະຫນັບສະຫນູນ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ສຳລັບ ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ, ປາດ​ຖະຫນາ​ຢາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບປອດ​ໄພ​ສາກົນ, ຢືນຢັນ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ ສປຊ ​ແລະ ປະຊາ​ຄົມ​ສາກົນ. ທ່ານ ​ເລ​ຮ່ວາຍ​ຈູງ ກໍ​ປະກາດ​ວ່າ: ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ສູນ​ຮັກສາ​ສັນຕິພາບ ​​ເພື່ອ​ບຳລຸງ​ສ້າງ​ກຳລັງ​ຮັກສາ​ສັນ​ຕິ​ພາບ​ຂອງ​ຫວຽດນາມ, ຮັບປະກັນ​ລັກສະນະ​ວິຊາການ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ຕອບ​ສະຫນອງ​ບັນດາ​ມາດຖານ​ຂອງ ສປຊ.

ຂ່າວ/ບົດ​ອື່ນ