ຫວຽດນາມຢືນຢັນຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງອາຊຽນໃນການ ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ

ຫວຽດນາມຢືນຢັນຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງອາຊຽນໃນການ ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ - ảnh 1
ການ​ປະຊຸມ​ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດຊຸດ​ທີ 25 

(vovworld)- ວັນ​ທີ 6/3, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດຊຸດ​ທີ 25 , ທ່ານ​ເ​ອກອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ, ຜູ້ຕາງໜ້າ​ຂອງ​ຫວຽດນາມ​ປະຈຳສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ ​ໄດ້​ຢືນຢັນ​ວ່າ  ໜຶ່ງ​ໃນ​ບັນດາ​ທິດ​ນຳ, ຈຸດປະສົງ​ຂອງ​ອາ​ຊຽນທີ່​ຖືກ​ລະບຸ​ຢ່າງ​ຈະ​ແຈ້ງ​ໃນ​ກົດ​ບັດ​ອາ​ຊຽນ, ນັ້ນ​ແມ່ນ​ເພີ່ມ​ທະວີ​ປະ​ຊາທິປະ​ໄຕ, ຊຸກຍູ້​ສິດ​ອຳນາດ​ແຫ່ງ​ນິຕິບັນຍັດ, ປົກ​ປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດ ​ແລະ ບັນດາ​ສິດ​​ເສລີອັນ​ເປັນພື້ນຖານ. ​ໃນ​ບົດ​ກ່າວ​ປາ​ໄສ​ຕໍ່ໜ້າ 47 ປະ​ເທດ​ສະມາ​ຊິກ ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ກ່ວາ 100 ປະ​ເທດ​ສັງ​ເກດ​ການ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ຫວຽດນາມ​ຢືນຢັນ​ບັນດາ​ປະ​ເທດ​ອາ​ຊຽນ ​ແບ່ງປັນ​ຄຳ​ໝັ້ນ​ສັນຍາ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ວຽກ​ງານປົກ​ປ້ອງ ​ແລະ ຊຸກຍູ້​​ສິດທິ​ມະນຸດ ​ແລະ ຫວັງ​ມີ​ການ​ສົນທະນາ ​ແລະ ຮ່ວມ​ມື​ສ້າງສາ​ໃນ​ບັນຫາ​ນີ້. ພາຍຫຼັງ​ການ​ເຮັດ​ວຽກ​ຮ່ວມ​ເມື່ອ​ວັນ​ທີ 6/3, ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດຊຸດ​ທີ 25 ສືບ​ຕໍ່​ປຶກ​ສາ​ຫາລື ​ແລະ ອອກ​ຂໍ້​ຕົກລົງ​ກ່ຽວ​ກັບ 10 ຫົວ​ຂໍ້ ລວມມີ​ເກືອບ 50 ບັນຫາ​ລະອຽດ. ຄາດ​ວ່າການ​ປະຊຸມ​ຈະ​ອັດ​ລົງ​ໃນ​ວັນ​ທີ 28/3 . 
ຂ່າວ/ບົດ​ອື່ນ