ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ

ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ - ảnh 1
ພົນ​ໂທ ​ໂດບ໋າຕິ, ຫົວໜ້າ​ກອງເສນາ​ທິການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ
(ພາບ:Trọng Đức/TTXVN)

(vovworld) – ຄະນະ​ຜູ້​ແທນ​​ທະຫານ​ຂັ້ນສູງ​ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍພົນ​ໂທ ​ໂດບ໋າຕິ, ຫົວໜ້າ​ກອງເສນາ​ທິການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ນຳໜ້າຄະນະຫາ​ກໍ​ສຳ​ເລັດ​ການ​ຢ້ຽມຢາມ, ​ເຮັດ​ວຽກຢູ່​ປະ​ເທດ ລາວ ​ແລະ ກຳປູ​ເຈຍ ຕາມ​ຄຳ​​ເຊື້ອເຊີນຂອງພົນ​ຕີ ສຸ​ວອນ ​ເລືອ​ງບຸນ​ມີ, ຫົວໜ້າ​ກອງເສນາ​ທິການ​​ໃຫຍ່ກອງທັບ​ປະຊາຊົນ ລາວ ​ແລະ ພົນ​​ເອກ ​Pôn Sa-rươn, ຜູ້​ບັນຊາ​​ໃຫຍ່ກອງທັບ​ລາດ​ຊະ​ວົງ ກຳປູ​ເຈຍ. ​ໃນ​ໄລຍະ​ຂອງ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ລາວ ​ແລະ ກຳປູ​ເຈຍ(20 – 27/4/2014), ຄະນະ​ຜູ້​ແທນ​​ທະຫານ​ຂັ້ນສູງ​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ມາ​ວາງ​ພວງ​ມາລາ​ຍທີ່ອະນຸສາວະລີ ”ນ້ຳ​ໃຈ​ສາມັກຄີ​​ສູ້​ຮົບ​​ເປັນ​ພິ​ເສດ ຫວຽນາມ - ລາວ” ຢູ່​ແຂວງ ຈຳປາ​ສັກ(ລາວ) ແລະ ອະນຸສາວະລີ​ນັກຮົບ​ເສຍສະຫຼະຊີວິດ​, ທະ​ຫານ​ອາສາ​ສະໝັກ ຫວຽດນາມ ຢູ່​ນະຄອນ Xihanuk Vin(ກຳປູ​ເຈຍ); ການ​ພົບ​ປະ​​ແລກປ່ຽນຕ່າງໆກັບ​ກອງເສນາ​ທິການ​ໃຫຍ່ກອງທັບ​ປະຊາຊົນ ລາວ ​ແລະ ກອງບັນຊາການ​ໃຫຍ່ກອງທັບ​ລາດ​ຊະ​ວົງ ກຳປູ​ເຈຍ. ຜ່ານ​ການ​ແລກປ່ຽນ​, ບັນດາ​ຝ່າຍ​ຕີ​ລາຄາ​ສູງໝາກຜົນ​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຄື ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ​ໃນ​ປີ 201​3,​ ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວກັບ​ທິດ​ທາງ, ມາດ​ຕະການຜັນ​ຂະຫຍາຍ; ປະຕິບັດ​ເນື້ອ​ໃນແຜນການ​ຮ່ວມ​ມື​ປີ 2014 ລະຫວ່າງກອງເສນາ​ທິການ​ໃຫຍ່ກອງທັບ​ປະຊາຊົນ ຫວຽດນາມ ກັບ ກອງເສນາ​ທິການ​ໃຫຍ່ກອງທັບ​ປະຊາຊົນ ລາວ ​ແລະ ກອງບັນຊາການ​ໃຫຍ່ກອງທັບ​ລາດ​ຊະ​ວົງ ກຳປູ​ເຈຍ. ​ໃນ​ນັ້ນຈຸດ​ສຸມ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຮົບ​ປ້ອງ​ກັນ; ກໍ່ສ້າງ​ກຳລັງ, ຮ່ວມ​ມື​ລະຫວ່າງ​ບັນດາ​ເຂດ​ທະຫານ, ກົມ​ກອງ​ທີ່ກ່ຽວຂ້ອງຂອງ​ສອງ​ຝ່າ​ຍ. ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນສູງ​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ​ກົມ​ກອງ, ຖານທີ່ໝັ້ນ​ທະຫານ, ຢ້ຽມຢາມ​ທັດສະນີ​ຍະ​ພາບ​ຈຳນວນໜຶ່ງຂອງ ລາວ ​ແລະ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ