ຫວຽດນາມວາງສະແດງ ແຜນທີ່ພູມສາດບັນດາແຂວງຂອງຈີນສະໄຫມກ່ອນ

ຫວຽດນາມວາງສະແດງ ແຜນທີ່ພູມສາດບັນດາແຂວງຂອງຈີນສະໄຫມກ່ອນ - ảnh 1
​ແຜນ​ທີ່​ແຕ້ມ​ບັນດາ​ແຂວງ​ຂອງ​ຈີນ​ໂດຍ​ລາຊະວົງສິງ ພິມ​ຈຳຫນ່າຍ​ເມື່ອ​ປີ 1904
ພາບ:internet


(vovworld) -  ​​ນັບແຕ່​ວັນ​ທີ 1/8 ຮອດ​ໝົດເດືອນ 11/2012, ຢູ່​ຫ້ອງ​ວາງສະ​ແດງ “ມໍລະດົກ​ວັດທະນະທຳ​ທະ​ເລ ຫວຽດນາມ”, ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ການວາງສະ​ແດງແຜນ​ທີ່​ພູມ​ສາດ​ບັນດາ​ແຂວງ​ຂອງ​ຈີນສະ​ໄຫມ​ກ່ອນ. ​ແຜນ​ທີ່​ສະບັບ​ນີ້​ໂດຍ ດຣ Mai Ngoc Hong ອະດີດ​ຫົວຫນ້າ​ພະ​​ແນ​ກ​ສະລະ​ບັນ​ຫໍ​ສະມຸດ ສັງກັດ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພາສາ​ຈີນ - ນົມ, ທັງເປັນ​ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ໝູນ​ໃຊ້​ປະຫວັດວົງ​ຕະກຸນ​ວິທະຍາ ຫວຽດນາມ ​ໄດ້​ມອບ​ໃຫ້​ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​​ໃນ​ທ້າຍ​ເດືອນ 7 ຜ່ານ​ມາ. ​ແຜນ​ທີ່​ແຕ້ມ​ບັນດາ​ແຂວງ​ຂອງ​ຈີນ​ໂດຍ​ລາຊະວົງສິງ ພິມ​ຈຳຫນ່າຍ​ເມື່ອ​ປີ 1904, ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງວ່າ: ກຳ​ໃຕ້​ຂອງ​ຈີນ ພຽງ​ຮອດ​ເກາະ​ໄຮ່​ຫນານ, ບໍ່​ມີ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ນີ້​ແມ່ນ​ແຜນ​ທີ່​ມີ​ຄຸນຄ່າ ​ແລະ ​ຄວາມ​ໝາຍ​ປະຫວັດສາດ​ຍິ່ງ​ໃຫຍ່, ປະກອບສ່ວນ​ສຳຄັນ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ, ບັນດາ​ນັກວິທະຍາສາດ, ນັກ​ຄົ້ນ​ຄ້ວາ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ, ພິ​ເສດ​ແມ່ນ​ປະຊາຊົນ​ບັນດາ​ເຜົ່າ​ຂອງ​ຈີນ ມີ​ເອກະສານ, ພະ​ຍານ​ຫລັກ​ຖານພາວະ​ວິ​ໄສ ຕື່ມ​ອີກ ​ເພື່ອຢືນຢັນ​ອະທິ​ປະ​ໄຕທ​ະ​ເລ ​ແລະ ໝູ່​ເກາະ​ຂອງ ຫວຽດນາມ, ​ໃນ​ນັ້ນ ລວມມີ: ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

 

 

 

 

ຂ່າວ/ບົດ​ອື່ນ