ຫວຽດນາມວາງແຜນເພື່ອບັນລຸຄາດໝາຍເຕີບໂຕປີ 2017

(VOVWORLD) -ໄຕມາດທີ 1 ລະດັບເຕີບໂຕບັນລຸພຽງ 5,1% ເທົ່ານັ້ນ, ສະນັ້ນ ໃນ 3 ໄຕມາດທີ່ຍັງເຫຼືອຕ້ອງບັນລຸລະດັບເຕີບໂຕສະເລ່ຍປະມານ 7,1%. 

(vovworld) - ທີ່ກອງປະຊຸມຂ່າວຂອງລັດຖະບານປະຈຳເດືອນ 04, ເຊິ່ງດຳເນີນໃນວັນທີ 04/05 ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມາຍຕ໋ຽນຢຸງ ໃຫ້ຮູ້ວ່າ, ເຖິງວ່າສະພາບເສດຖະກິດ, ສັງຄົມໃນ 4 ເດືອນຕົ້ນປີ 2017 ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ ແຕ່ໜ້າທີ່ຂອງຊຸມເດືອນຕໍ່ໄປແມ່ນໜັກໜ່ວງທີ່ສຸດ, ໂດຍສະເພາະແມ່ນສຳລັບຄາດໝາຍເຕີບໂຕ 6,7% ແລະ ຄວບຄຸມໄພເງິນເຟີ້ໃຫ້ຢູ່ໃນລະດັບ 4%. 

ຫວຽດນາມວາງແຜນເພື່ອບັນລຸຄາດໝາຍເຕີບໂຕປີ 2017 - ảnh 1 ກອງປະຊຸມຂ່າວຂອງລັດຖະບານປະຈຳເດືອນ 04

(ພາບ: TTXVN)

ຕາມທ່ານລັດຖະມົນຕີແລ້ວ, ໄຕມາດທີ 1 ລະດັບເຕີບໂຕບັນລຸພຽງ 5,1% ເທົ່ານັ້ນ, ສະນັ້ນ ໃນ 3 ໄຕມາດທີ່ຍັງເຫຼືອຕ້ອງບັນລຸລະດັບເຕີບໂຕສະເລ່ຍປະມານ 7,1%. ເຖິງວ່ານີ້ແມ່ນໜ້າທີ່ຫຍຸ້ງຍາກກໍ່ຕາມ ແຕ່ລັດຖະບານຍັງຢຶດໝັ້ນ, ສະເໝີຕົ້ນສະເໝີປາຍປະຕິບັດຄາດໝາຍການເຕີບໂຕ ແລະ ຄວບຄຸມໄພເງິນເຟີ້ທີ່ໄດ້ວາງອອກ.

        “ມາດຕະການຈຸດສຸມແມ່ນກະຊວງອຸດສາຫະກຳການຄ້າ ສົມທົບກັບບັນດາກະຊວງ, ຂະແໜງການປະຕິບັດບາງໜ້າທີ່ຢ່າງຂ້ຽວຂາດ, ໃນນັ້ນມີການຂຸດຄົ້ນນ້ຳມັນດິບ, ແກ້ໄຂບັນດາໂຄງການບໍ່ມີປະສິດທິຜົນ; ຕ້ອງຍູ້ໄວຄວາມຄືບໜ້າບັນດາກິດຈະກຳຈຸດສຸມເພື່ອນຳເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ, ຊຸກຍູ້ການເຕີບໂຕ. ພິເສດ, ທີ່ກອງປະຊຸມຄັ້ງນັດສາມັນຂອງລັດຖະບານນີ້, ທ່ານນາຍົກລັດຖະມົນຕີ ໄດ້ເອົາໃຈໃສ່ທີ່ສຸດເຖິງບັນຫາຕະຫຼາດຜະລິດຕະພັນກະເສດ; ພັດທະນາການຜະລິດຂະແໜງກະສິກຳຕາມລະບົບມູນຄ່າ; ການຜະລິດກະສິກຳເຕັກໂນໂລຊີສູງ; ນຳໃຊ້ຄວາມກ້າວໜ້າດ້ານວິທະຍາດສາດເຕັກນິກ…”

        ກ່ຽວຂ້ອງເຖິງສະພາບການນຳເຂົ້າເກີນດູນໃນ 4 ເດືອນຕົ້ນປີ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ໂດ້ທັ໋ງຫາຍ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ການສົ່ງອອກ, ນຳເຂົ້າລ້ວນແຕ່ເພີ່ມຂຶ້ນຢ່າງແຮງ. ເຖິງຢ່າງໃດກໍ່ຕາມ, ລະດັບເຕີບໂຕນຳເຂົ້າເພີ່ມຂຶ້ນຢ່າງແຮງກວ່າ, ເທົ່າກັບປະມານ 4,5% ວົງເງິນສົ່ງອອກ. ໄຈ້ແຍກກ່ຽວກັບຕົວເລກດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂດ້ທັ໋ງຫາຍ ຖືວ່າ.

        “ໄລຍະ 4 ເດືອນຕົ້ນປີ, ການນຳເຂົ້າຕົ້ນຕໍແມ່ນບັນດາປະເພດສິນຄ້າທີ່ເປັນວັດຖຸດິບ, ເຊື້ອເພີງ, ກົນຈັກ, ເຄື່ອງອຸປະກອນ… ເພື່ອຮັບໃຊ້ການຜະລິດ ແລະ ປຸງແຕ່ງສົ່ງອອກ. ດ້ານອື່ນ, ລາຄານ້ຳມັນເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນ ໄດ້ເຮັດໃຫ້ລາຄາຂອງບາງປະເພດສິນຄ້ານຳເຂົ້າເພີ່ມຂຶ້ນ. ເລື່ອງຕ້ອງນຳເຂົ້າສິນຄ້າຫຼາຍປະເພດທີ່ນຳໃຊ້ໃຫ້ການຜະລິດ ກໍຄືການປຸງແຕ່ງເພື່ອສົ່ງອອກກໍຊີ້ໃຫ້ເຫັນວ່າ, ການຜະລິດ, ດຳເນີນທຸລະກິດສືບຕໍ່ມີສັນຍານຟື້ນຟູຢ່າງຕັ້ງໜ້າ.”

ຕອບກັບ

ຂ່າວ/ບົດ​ອື່ນ