ຫວຽດນາມສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມໃນຂົງເຂດຕ່າງໆ

ຫວຽດນາມສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມໃນຂົງເຂດຕ່າງໆ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງດີງ​ເຫ້ວ ຢູ່​ທີ່ກອງ​ປະ​ຊຸມ​ໂຕະ​ມົນ​ເສດ​ຖະ​ກິດ​ຫວຽດ​ນາມ - ສ.ເກົາຫຼີ

(vovworld)- ຫວຽດ​ນາມ​ສົ່ງ​ເສີ​ມ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ​ໃນ​​ຂົງ​ເຂດ​ຕ່າງໆ. ນັ້​ນແມ່ນຄຳ​ຢື​ນ​ຢັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງດີງ​ເຫ້ວ ຢູ່​ທີ່ກອງ​ປະ​ຊຸມ​ໂຕະ​ມົນ​ເສດ​ຖະ​ກິດ​ຫວຽດ​ນາມ - ສ.ເກົາຫຼີ ຊຶ່ງ​ຖືກ​ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 15/6 ​ຮ່າ​ໂນ້ຍໂດຍ​ສະ​ຖານ​ທູດ ສ.ເກົາຫຼີ​ປະ​ຈຳ​ຫວຽດ​ນາມ ແລະ ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ Maekyung Media ຈັດ​ຂຶ້ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ ຢ​ືນ​ຢັນ​ວ່າ ຫວຽດ​ນາມ​ສົ່ງ​ເສີມ​ບັນ​ດາ​ນັກ​ລົງ​ທຶນ ສ.ເກົາຫຼີ​ເຂົ້າ​ຮ່ວມ​ການ​ລົງ​ທຶນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ບັນ​ດາ​ໂຄງ​ການ​ສ້າງ​ອາ​ຊີບ, ຊຶ່ງ​ຄາດ​ວ່າ​ຈະ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຢູ່​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງດີງ​ເຫ້ວ ໃຫ້​ຮູ້​ວ່າ ພ້ອມ​ກັບຄວາມ​ມາ​ນະ​ພະ​ຍາ​ຍາມ​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ. ລັດ​ຖະ​ບານ​ຫວຽດ​ນາມ ຍັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ ແລະ ຈັນ​ຍາ​ບັນໃນ​ການ​ດຳ​ເນີນ​ທຸ​ລ​ະ​ກິດ​ທີ່​ດີ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ບົນ​ນ້ຳ​ໃຈ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ນີ້​ແມ່ນ​ບັນ​ດາ​ປະ​ຖົມປັດ​ໄຈສຳ​ຄັນ​ພາ​ໄປ​ເຖິງ​ຜົນ​ສຳ​ເລັດໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.
ຂ່າວ/ບົດ​ອື່ນ