ຫວຽດນາມສູ້ຊົນຫຼຸດຜ່ອນອັດຕາຄອບຄົວທຸກຍາກແຕ່ 1,3 ຫາ 1,5% ໃນປີ 2016


ຫວຽດນາມສູ້ຊົນຫຼຸດຜ່ອນອັດຕາຄອບຄົວທຸກຍາກແຕ່ 1,3 ຫາ 1,5%  ໃນປີ 2016 - ảnh 1
 (ພາບ​ປະ​ກອບ)

(vovworld)-  ປີ 2016, ຫວຽດ​ນາມ​ສູ້​ຊົນຫຼຸດ​ຜ່ອນ​ອັດ​ຕາຄອບ​ຄົວ​ທຸກ​ຍາກ​ແຕ່ 1,3 ຫາ 1,5%, ສະ​ເພາະ​ບັນ​ດາ​ຕາແສງ, ​ເມືອງທຸກ​ຍາກ ແມ່ນຫຼຸດ​ລົງ 4%. ເພື່ອ​ບັນ​ລຸ​ເປົ້າໝາຍ​ນີ້ໃຫ້​ໄດ້, ກະ​ຊ​ວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈະ​ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ, ໂຄງ​ການ, ແຜຍ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ພ້ອມ​ກັນ​ນັ້ນ​ກໍ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ທີ່​ຂຶ້ນ​ກັບ​ໂຄງ​ການ​ເປົ້າ​ໝາຍແຫ່ງ​ຊາດ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ໄລ​ຍະ 2016-2020. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ກະ​ຊ​ວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : 

    “ ໜ້າ​ທີ່ຂອງ​ພວກ​ເຮົາ​ແມ່ນ​ຕ້ອງ​ສືບ​ທອດ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ກ່ຽວ​ກັບການ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໃນ​ໄລ​ຍະ​ກ່ອນ ແລະ ຕ້ອງ​ຍູ້​ແຮງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ພິ​ເສດ​ແມ່ນ​ຕ້ອງ​ເລັ່ງ​ໃສ່​ເຂດ​ພູ​ດອຍ, ເຂດ​ປະ​ຊາ​ຊົນບັນ​ດາເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ທະ​ເລ​ໝູ່​ເກາະ ”

 

ຂ່າວ/ບົດ​ອື່ນ