ຫວຽດນາມສືບຕໍ່ວຽກງານຊອກຫາເຮືອບິນມາເລເຊຍຫາຍສາບສູນ

ຫວຽດນາມສືບຕໍ່ວຽກງານຊອກຫາເຮືອບິນມາເລເຊຍຫາຍສາບສູນ - ảnh 1
ວັດຖຸທີ່ແປກໆ (ຮູບຖ່າຍຈາກເຮືອບິນກູ້ໄພກູ້ຊີບ)
(ພາບ: dantri.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 11/3, ຢູ່ກອງ​ບັນຊາ​ການ​ຊອກ​ຫາ ກູ້​ໄພ​ກູ້​ຊີ​ບທີ່​ຕັ້ງ​ຢູ່​ເກາະ ຟູ໋ກວກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ຂົນ​ສົ່ງ ​ຟ້າ​ມກິ໋ວຕຽວ, ​​ໄດ້ເປັນ​ປະທານ​ການ​ປະຊຸມ​ຂ່າວ​ຜັນ​ຂະຫຍາຍ​ວຽກ​ງານ​ຊອກ​ຫາ​ໃນ​ວັນ​ທີ 11/3. ໃນ​ວັນ​ດຽວ​ກັນ, ​ກອງ​ບັນຊາ​ການ​ແນວ​ຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ ຢູ່​ເກາະ ຟູ໋ກວກ ​ແລະ ສ້າງ​ໂທລະສັບ​ດ່ວນ 2 ສາຍ​​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ຊອກ​ຫາ, ກູ້​​ໄພ​ກູ້​ຊີບ.

ແລະ​ກໍ່​ໃນຕອນ​ເຊົ້າ​ວັນ​ທີ 11/3, ​ເຮືອບິນ​ເອລີກ​ອບ​ແຕ Mi 171 2 ລຳ​ເລີ່​ມທະຍານ​ຈາກສະໜາມ​ບິນ ກາ​ເມົາ ​​​​ໄປ​ຍັງ​ບັນດາສະຖານ​ທີ່​​ຖືກ​ສົງ​ໄສ​ມີວັດຖຸ​​ແປກໆ​ບົນ​ທະ​ເລ, ​ເພື່ອ​ສຳ​ພັດ, ກວດກາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວັດຖຸ​ດັ່ງກ່າວຢ່າງລະອຽດ​, ພອມທັງ​ສືບ​ຕໍ່​ຊອກ​ຫາ​ຮ່ອງ​ຮອຍ​ກ່ຽວ​ກັບ​ເຮືອບິນ​ຖືກ​ຫາຍ​ສາບ​ສູນ​ຂອງ ມາ​ເລ​ເຊຍ.​ ​ເປັນ​ອັນວ່າ, ຕາມ​ລາຍ​ງານ​ຫຼ້າ​ສຸດ​ຂອງ​ຫ້ອງ​ວ່າການ​ຄະນະ​ກຳມະການ​ແຫ່ງ​ຊາດ​ຊອກ​ຫາ ກູ້​ໄພ​ກູ້​ຊີບ, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ນຳ​ໃຊ້​ເຮືອບິນ 6 ລຳ ດ້ວຍ 14 ຖ້ຽວ​ບິນ, ກຳ​ປັ່ນປະ​ເພດ​ຕ່າງໆ 7 ລຳ​ເພື່ອສືບ​ຕໍ່​ວຽກ​ງານ​ຊອກຫາ​ຢູ່​ສະຖານ​ທີ່​ເກີດ​ເຫດ, ​ເປີດ​ກ້ວາງ​ຂອບ​ຂະໜາ​ດສູ່​ທາງ ທິດຕາ​ເວັນ​ຕົກ​ສຽງ​ເໜືອ ​ເມື່ອ​ທຽບ​ໃສ່​​ເຂດ​ຊອກ​ຫາ​ໃນ​ 2 ວັນ​ຜ່ານ​ມາ, ສຸມ​ໃສ່​ຊອກ​ຫາ, ຢັ້ງຢືນ​ບັນດາ​ວັດຖຸ​ໂດຍ​ເຮືອບິນ​ພົບ​ເຫັນ.

 

ຂ່າວ/ບົດ​ອື່ນ