ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືໃນຂົງເຂດນຳ້ມັນອາຍແກັດ

ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືໃນຂົງເຂດນຳ້ມັນອາຍແກັດ - ảnh 1
(ພາບ​ປະ​ກອບ: PVN)

(vovworld) –​ ວັນ​ທີ 11/03, ກ່າວ​ຄຳ​ເຫັນ​ກັບ​ສຳ​ນັກ​ຂ່າ​ວ Ria Novosti, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ, ທ່ານ​ນາງ Maria Zakharova ໃຫ້​ຮູ້​ວ່າ, ບົດ​ຮຽ​ນ​ໃນ​ການ​ຮ່ວມ​ມື​ເປັນ​ເວ​ລາ​ຫຼາຍ​ປີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ໃນ​ລະ​ດັບ​ສູງ ໄດ້​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ນ້ຳ​ມ​ັນ​ອາຍ​ແກັດ​ລັດ​ເຊຍ ແລະ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເຖິງວ່າ​ສະ​ພາບ​ການ​ໃນ​ຕະ​ຫຼາດ​ໂລກບໍ່​ສະ​ດວກ. ຄຳ​ຖະ​ແຫຼງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ ພາຍ​ຫຼັງ​ບໍ​ລິ​ສັດ Roneft ຫວຽດ​ນາມ ສັງ​ກັດ​ກຸ່ມບ​ໍ​ລະ​ສັດ​ນ້ຳ​ມັນ​ອາຍ​ແກັດ Roneft ຂອງ​ລັດ​ເຊຍ ເລີ່ມ​ຂຸດ​​ເຈາະສຳ​ຫຼວດ​ນ້ຳ​ມັນ​ຢູ່ນອກ​ຝັ່ງ​ທະ​ເລ​ຂອງ​ຫວຽດນາມ ໃນ​ຕົ້ນ​ເດືອນ 03. ທ່ານ​ນາງ​ໃຫ້​ຮູ້​ຕື່ມ​ອີກວ່າ, ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື ຍາມ​ໃດ​ລັດ​ຖະ​ບານ 2 ປະ​ເທດ​ກໍ​ຕິດ​ຕາມກວດ​ກາ ແລະ ປຶກ​ສາ​ຫາ​ລື​ເປັນ​ປະ​ຈ​ຳ​ໃນ​ຂອບ​ເຂດ​ບັນ​ດາ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ວິ​ທະ​ຍາ​ສາດ - ເຕັກ​ນິກ.

ຂ່າວ/ບົດ​ອື່ນ