ຫວຽດນາມສະເຫລີມສະຫລອງ 150 ປີແຫ່ງຂະບວນການກາແດງ

  ຫວຽດນາມສະເຫລີມສະຫລອງ 150 ປີແຫ່ງຂະບວນການກາແດງ - ảnh 1
ງານ​ມິດ​ຕິງສະ​ເຫລີ​ມສະຫລອງ​ວັນ​ກາ​ແດງ-​ກາ​ຊິກ​ວົງ​ເດືອນ​ແດງ​ສາກົນ
ພາບ:internet

(vovworld) -  ຕອນ​ເຊົ້າ​ວັນ​ທີ 5/5 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ກາ​ແດງ-​ກາ​ຊິກ​ວົງ​ເດືອນ​ແດງ​ສາກົນຄື​ວັນ​ທີ 8/5 ​ແລະ ສະ​ເຫລີ​ມສະຫລອງ 150 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ຂະ​ບວນການ​ກາ​ແດງ,​ ກາ​ຊິກ​ວົງ​ເດືອນ​ແດງ​ສາກົນ ພາຍ​ໃຕ້​ຫົວ​ຂໍ້​ວ່າ: 150 ປີ ​ແຫ່ງເຄື່ອນ​ໄຫວ​ເພື່ອ​ມະນຸດ​ສະ​ທຳ ພ້ອມ​ທັງ​ປຸກລະດົມ​ຂະ​ບວນການ“ຢາດ​ເລືອດ​ແດງ” ລະດູ​ຮ້ອນ​ປີ 2013 ​ແລະ ຂະ​ບວນການ​ສ້າງ​ກອງ​ທຶນ​ສະຫນັບສະຫນູນ “ທະນາຄານ​ງົວ”. ກ່ອນ​ນີ້ 150 ປີ ສະພາກາ​ແດງສາກົນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ມາ​ຮອດ​ປະຈຸ​ບັນ ຢູ່​ໃນ​ໂລກ​ມີ 187 ສະພາກາ​ແດງ-ກາ​ຊິກ​ວົງ​ເດືອນ​ແດງ ​ໂດຍ​ປະຕິບັດ​ການ​ເຄື່ອ​ນ​ໄຫວ​ມະນຸດ​ສະ​ທຳ​ໃນ​ທົ່ວ​ທຸກ​ທະ​ວີ​ບ. ສະພາກາ​ແດງ​ຫວຽດນາມ ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1946 ​ແລະ ​ແຕ່ລະ​ປີ​ສະພາກາ​ແດງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ປະຕິບັດ 30 ​ໂຄງການ, ດ້ວຍ​ຍອດ​ມູນ​ຄ່າ 800 ຕື້​ດົ່ງ ​ແມ່ນ​ເຄື່ອນ​ໄຫວ​ໃນ 7 ຂ​ົງ​ເຂດ​ຄື: ກູ້​ຊ່ວຍ​ຮີບ​ດ່ວນ, ຊ່ວຍ​ເຫລືອ​ມະນຸດ​ສະ​ທຳ, ບໍລິຈາກ​ເລືອດ, ​ເບີ່​ງ​ແຍງ​ດູ​ແລ​ສຸຂະພາບ…. ທ່ານ ຫງວຽນ​ຫື​ວຮົ່ງ, ຮອງ​ປະທານ​ສະພາກາ​ແດງ ຫວຽດນາມ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ສະພາ​ກາ​ແດງ​ຫວຽດນາມ​ພວມ​ປະຕິບັດ 2 ​ໂຄງການ​ໃຫຍ່, ນັ້ນ​ແມ່ນ​ໂຄງການ​ຢາດ​ເລືອດ​ແດງ​ເພື່ອ​ກູ້​ເອົາ​ຊີວິດ​ຄົນ​ເຈັບ ​ແລະ ​ໂຄງການ​ທະນາຄານ​ງົວ ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ປະສົບ​ຄວາມ​ຫຍຸ້ງຍາກ. ນັບ​ແຕ່​ປີ 2009 ມາ​ຮອດ​ປະຈຸ​ບັນ, ສະພາ​ກາ​ແດງ​ໄດ້​ມອບ​ງົວ​ໃຫ້​ແກ່​ປະຊາຊົນ​ກວ່າ 7000 ​ໂຕ. ​ໄລຍະ​ຈະ​ມາ​ເຖິງ ສະພາ​ສູ້​ຊົນ​ຂົນຂວາ​ຍບໍລິຈາກ​ເງິນ 100 ຕື້​ດົ່ງ​ເພື່ອ​ຊື້​ງົວ​ມອບ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ບັນດາ​ຕາ​ແສງ​ຢູ່​ເຂດ​ຊາຍ​ແດນ.”

 

 

ຂ່າວ/ບົດ​ອື່ນ