ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ທີ່ກອງປະຊຸມ
|
(vovworld) - ວັນທີ 3/4, ໃນຂອບເຂດກອງປະຊຸມຄົບຄະນະຂອງກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 136, ຢູ່ Bhaka, ປະເທດ ບັງກຣາເທດ, ບັນດາຜູ້ແທນສືບຕໍ່ປຶກສາຫາລືກ່ຽວກັບຫົວຂໍ້ “ແກ້ໄຂສະພາບຂາດຄວາມສະເໝີພາບ: ຮັບປະກັນກຽດສັກສີ ແລະ ໜູນຊ່ວຍຊີວິດສັງຄົມໃຫ້ແກ່ທຸກຄົນ”, ທ່ານນາງ ຕ່ອງທິຟ໋ອງ, ຜູ້ປະຈຳການສະພາແຫ່ງຊາດ ນຳໜ້າຄະນະຜູ້ແທນ ຫວຽດນາມ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ.
ໃນບົດກ່າວປາໄສຂອງຕົນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຍົກອອກ 8 ຂໍ້ສະເໜີລະອຽດເພື່ອປະກອບສ່ວນປັບປຸງການຂາດຄວາມສະເໝີພາບ, ຮັບປະກັນກຽດສັກສີ ແລະ ໜູນຊ່ວຍຊີວິດສັງຄົມໃຫ້ແກ່ທຸກຄົນ. ນີ້ແມ່ນບັນດາມາດຕະການຄື: ເພີ່ມທະວີບົດບາດຂອງ ສປຊ, ຍູ້ແຮງການປະຕິບັດບັນດາຕົວເລກຄາດໝາຍທີ່ໄດ້ວາງອອກໃນເປົ້າໝາຍພັດທະນາແບບຍືນຍົງເລກ 10 ຢູ່ແຕ່ລະປະເທດ; ສ້າງເຄືອຂ່າຍເຊື່ອມຕໍ່ບັນດາອົງການພາກພື້ນເພື່ອແນໃສ່ສົມທົບກັນກະທຳຮັບມືກັບບັນດາບັນຫາຄວາມໝັ້ນຄົງແບບໃໝ່, ເພື່ອແນໃສ່ຮັບປະກັນຊີວິດ, ຄວາມປອດໄພໃຫ້ປະຊາຊົນທຸກຄົນ, ບັນດາປະເທດສືບຕໍ່ປັບປຸງລະບອບ, ຍົກສູງປະສິດທິຜົນ, ຜົນສັກສິດໃນການວາງແຜນນະໂຍບາຍ ແລະ ບໍລິຫານປະເທດຊາດໃຫ້ສົມບູນແບບ, ເພື່ອແນໃສ່ຮັດແຄບຊ່ອງຫວ່າງຂາດຄວາມສະເໝີພາບ…